ກອງປະຊຸມວຽກງານ ພະລາທິການ ປ້ອງກັນຄວາມສະຫງົບ ທົ່ວປະເທດ
ກົມໃຫ່ຍພະລາທິການກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບທົ່ວປະເທດ ປະຈຳປີ 2016 ແລະ ທິດທາງແຜນການ ປີ 2017 ໃນວັນທີ 9 ກຸມພາ ນີ້ ໂດຍພາຍໃຕ້ການເປັນປະທານ ຂອງ ພົຈວ ຄຳໄຕ ຄຳແພງເພັດ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫ່ຍພະລາທິການ ປ້ອງກັນຄວາມສະຫງົບ. ມີບັນດາຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງກະຊວງ, ປກສ ນະຄອນຫຼວງວຽງຈັນ ແລະ ປກສ ແຂວງທົ່ວປະເທດເຂົ້າຮ່ວມ.
ພັອ ໜູດີ ມີໄຊຍະລາດ ຮອງຫົວໜ້າກົມໃຫ່ຍພະລາທິການປ້ອງກັນຄວາມສະຫງົບ ໄດ້ລາຍງານການຈັດຕັ້ງປະຕິບັດ ແຜນການວຽກງານຈຸດສຸມ ໃນການຕອບສະໜອງ ດ້ານພະລາທິການ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ທົ່ວປະເທດໃນໜຶ່ງປີຜ່ານມາ ເປັນຕົ້ນແມ່ນການປະຕິບັດແຜນລາຍຮັບ-ລາຍຈ່າຍ, ການຕອບສະໜອງເຄື່ອງອຸປະໂພກ- ບໍລິໂພກ ແລະ ການປະຕິບັດໂຄງການຕ່າງໆ ເຊັ່ນ: ໄດ້ສຸມໃສ່ນຳພາ, ປະສານສົມທົບກັບບັນດາກົມກອງອ້ອມຂ້າງກະຊວງ, ປກສ ນະຄອນຫຼວງວຽງຈັນ ແລະ ປກສ ຂອງທົ່ວປະເທດ ເກັບລາຍຮັບວິຊາການ ແລະ ຄ່າທຳນຽມຕ່າງໆ ໄດ້ 9 ຕື້ກວ່າກີບ, ໄດ້ຮັບອະນຸມັດງົບປະມານຈາກລັດຖະບານ ເພຶ່ອນຳໃຊ້ເຂົ້າໃນໂຄງການຕ່າງໆ 1.816 ຕື້ກວ່າກີບ ແລະ ປະຕິບັດແຜນລາຍຈ່າຍງົບປະມານ 3 ເດືອນ ຂ້າມຜ່ານໄດ້ 328 ຕື້ກວ່າກີບ, ພ້ອມທັງໄດ້ຮັບອະນຸມັດງົບປະມານ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ່ 28-29 ຈຳນວນ 48 ຕື້ກວ່າກີບ, ຈັດຊື້ເຄື່ອງອຸປະໂພກ 58 ລາຍການ ມູນຄ່າ 80 ຕຶ້ກວ່າກີບ ແລະ ໄດ້ອະນຸມັດງົບປະມານເພຶ່ອປະຕິບັດໂຄງການຕ່າງໆ 54 ໂຄງການ ມູນຄ່າ 80 ຕື້ກວ່າກີບ.
ພັອ ໜູດີ ມີໄຊຍະລາດ ຍັງໃຫ້ຮູ້ອີກວ່າ ສຳລັບປີ 2017 ກົມໃຫ່ຍພະລາທິການ ປ້ອງກັນຄວາມສະຫງົບ ຈະ ສຸມໃສ່ປະສານສົມທົບກັບບັນດາກົມກອງ ໃນການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຕົວເລກຄາດໝາຍ, ຮັບປະ ກັນການເບີກຈ່າຍເງີນເດືອນ, ເງິນອຸດໜູນ, ຕອບສະໜອງເຄື່ອງອຸປະໂພກ-ບໍລິໂພກ ໂດຍສະເພາະການຕອບສະໜອງ ດ້ານວັດຖຸອຸປະກອນ, ພາຫະນະ ແລະ ອື່ນໆ ທີ່ທັນສະໄໝ ໃຫ້ແກ່ການປະຕິບັດໜ້າທີ່ ຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ພຽງພໍໂດຍພື້ນຖານ, ສຸມໃສ່ຊຸກຊູ້ ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດໂຄງການລົງທຶນ, ໂຄງການ ກໍ່ສ້າງສ້ອມແປງຕ່າງໆ ຢ່າງເຂັ້ມງວດ. ພ້ອມກັນນີ້ ຍັງຈະສຸມໃສ່ປັບປຸງຫົວໜ່ວຍການຜະລິດທຸລະກິດ ລວມເຖິງການ ສະເໜີສ້າງລີສອດລາວຄົບວົງຈອນ, ໂຮງງານຜະລິດເກີບ, ໂຄງການປັບປຸງໂຮງພິມ, ໂຄງການບ້ານຈັດສັນ ແລະ ໂຄງການພັດທະນາສູນຜະລິດຫ້ວຍໜາກພິກ ເພື່ອສ້າງລາຍຮັບເພີ່ມໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ.