ຮອງເຈົ້າຄອງ ເນັ້ນພາກສ່ວນກ່ຽວຂ້ອງ ຮີບຮ້ອນແກ້ໄຂບັນຫາ ຝາກລົດ ແລະ ຂາຍເຄື່ອງ ຕາມແຄມທາງ ຢ່າງເຂັ້ມງວດ
ພະແນກໂຍທາທິການ ແລະ ຂົນສົ່ງ ຮ່ວມກັບພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ, ອົງການພັດທະນາ ແລະ ບໍລິຫານຕົວເມືອງ ແລະ ບັນດາເມືອງອ້ອມຂ້າງນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງຢູ່ນະຄອນຫຼວງວຽງຈັນ ໃນວັນທີ 9 ກຸມພາ 2017 ນີ້ ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.
ກອງປະຊຸມໄດ້ມີການທົບທວນ, ຕີລາຄາສະພາບການໃຊ້ລົດໃຊ້ຖະໜົນ ພ້ອມທັງສະຫຼຸບ, ຖອດຖອນບົດຮຽນ, ທັດສະນະຄຳຄິດເຫັນ ກ່ຽວກັບບັນຫາທີ່ເປັນສາເຫດທີ່ພາໃຫ້ເກີດສະພາບລົດຕິດຂັດ, ອັ່ງອໍ ແລະ ຄົ້ນຄວ້າກຳນົດຮູບແບບ, ວິທີການແກ້ໄຂ ເພຶ່ອເຮັດໃຫ້ການສັນຈອນຂອງຜູ້ໃຊ້ລົດໃຊ້ຖະໜົນຕາມເສັ້ນທາງຕ່າງໆ ໃນນະຄອນຫຼວງວຽງຈັນ ມີຄວາມສະດວກຂື້ນ; ໂດຍສະເພາະແມ່ນໄດ້ເລັ່ງໃສ່ການແກ້ໄຂບັນຫາການຝາດລົດ, ການຂາຍເຄື່ອງຊະຊາຍ ຢູ່ບໍລິເວນໜ້າຕະຫຼາດຂົວດິນ ແລະ ບ່ອນອື່ນໆ.
ໃນໂອກາດນີ້ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ຍັງໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນ ອອກຄຳສັ່ງ, ແຈ້ງການ ຫຼື ຂໍ້ຫ້າມ ກ່ຽວກັບການແກ້ໄຂບັນຫາການຝາກລົດ ແລະ ວາງເຄື່ອງຂາຍຕາມແຄມທາງ ໜ້າຕະຫຼາດຂົວດິນ ແລະ ບ່ອນອື່ນໆ ພ້ອມທັງໄດ້ເນັ້ນໃຫ້ມີການ ຕິດປ້າຍຫ້າມ, ຂີດເສັ້ນຫ້າມ ຫຼື ເຮັດຮົ້ວກັນຢູ່ບໍລິເວນດັ່ງກ່າວ ແລະ ຖ້າພົບເຫັນຍັງມີການລະເມີດອີກ ແມ່ນໃຫ້ປະຕິບັດຕາມລະບຽບຫຼັກການຢ່າງເຂັ້ມງວດ.
ນອກນີ້ ຍັງໄດ້ມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ສົມທົບກັບ ອພບ ແລະ ບັນດາເມືອງ ຮີບຮ້ອນລົງກວດກາ ແລະ ແກ້ໄຂບັນຫາຝາກລົດຕາມແຄມທາງ, ການວາງເຄື່ອງຂາຍຕາມແຄມທາງ ຫຼື ທາງຄົນຍ່າງ, ແກ້ໄຂການປຸກສ້າງ, ການຕໍ່ເທີບ, ເງີບຕາມແຄມທາງ, ກວດກາບັນດາເສັ້ນທາງທີ່ຫ້າມຕິດປ້າຍໂຄສະນາ, ການຕິດປ້າຍກຳນົດເວລາຫ້າມລົດໃຫ່ຍເຂົ້າ-ອອກ ຕົວເມືອງ, ການປັບປຸງແຕ້ມເສັ້ນຈະລາຈອນຄືນໃໝ່, ການປັບປຸງລະບົບໄຟອຳນາດຄືນໃໝ່ ຢູ່ສະຖານທີ່ເຫັນວ່າມີຄວາມຈຳເປັນ ແລະ ບັນຫາອື່ນໆ. ແນ່ໃສ່ເຮັດໃຫ້ການສັນຈອນໄປ-ມາ ຂອງຜູ້ໃຊ້ລົດ ໃຊ້ຖະໜົນຕາມເສັ້ນທາງຕ່າງໆ ໃນນະຄອນຫຼວງວຽງຈັນ ມີຄວາມສະດວກ, ວ່ອງໄວ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພດີ.