ຮອງລັດຖະມົນຕີກະຊວງ ປກສ ລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ຫາລືການ ຮ່ວມມືເພຶ່ອຮັບມືກັນ ໄພຄຸກຄາມຕໍ່ ຄວາມສະຫງົບສຸກຂອງຊາດ
ໃນວັນທີ 15 ກຸມພາ 2017 ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດແຜນການ ຮ່ວມມືວຽກ ງານປ້ອງກັນຄວາມສະຫງົບ ຂອງຄະນະຜູ້ແທນ ກະຊວງຕຳຫຼວດ ສສ ຫວຽດນາມ ເຊິ່ງນຳໂດຍ ພົທ ຫງວຽນ ວັນແທ້ງ ຮອງລັດຖະມົນຕີ ກະຊວງຕຳຫຼວດ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສັນທະວະໄມຕີ ແລະ ເຂົ້າຮ່ວມກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດ ສັນຍາຮ່ວມມື ລະຫວ່າງ 2 ກະຊວງ ປະຈຳປີ 2016 ແລະ ເຊັນສັນຍາຮ່ວມມື ຂົງເຂດວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2017 ໃນລະຫວ່າງ ວັນທີ 13-16 ກຸມພາ 2017.
ການພົບປະ ປຶກສາຫາລື ລະຫວ່າງທ່ານຮອງລັດຖະມົນຕີ ກະຊວງ ປກສ ລາວ ແລະ ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໃນຄັ້ງນີ້ຕ່າງກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ກັບຜົນສຳເລັດການ ຈັດຕັ້ງປະຕິບັດແຜນການຮ່ວມມື ທາງດ້ານວຽກງານປ້ອງກັນຄວາມສະຫງົບ ລະຫວ່າງບັນດາກົມກອງວິຊາສະເພາະ, ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ແລະ ບັນດາແຂວງແຮກສ່ຽວຂອງທັງສອງປະເທດ ໃນປີ 2016 ຜ່ານມາ ອັນທີ່ພົ້ນເດັ່ນແມ່ນສາມາດຮັບປະກັນເຮັດໃຫ້ ທັງສອງປະເທດມີຄວາມສະຫງົບທາງດ້ານການເມືອງ 100% ເຊິ່ງສະແດງເຖິງ ຄວາມເອົາໃຈໃສ່, ເປັນເຈົ້າການ, ຄວາມສາມັກຄີອັນແໜ້ນແຟ້ນ ແລະ ຄວາມເປັນເອກະພາບຂອງການຮ່ວມມືລະຫວ່າງ 2 ກະຊວງ.
ພ້ອມກັນນີ້ ທ່ານຮອງລັດຖະມົນຕີທັງ 2 ກະຊວງ ຍັງໄດ້ເຫັນດີເປັນເອກະພາບກັນ ໃນຫຼາຍບັນຫາທີ່ 2 ກະຊວງ ຈະຕ້ອງໄດ້ສືບຕໍ່ເພີ່ມທະວີ ຮ່ວມມືຈັດຕັ້ງປະຕິບັດ ໃນປີ 2017 ນີ້ ເພຶ່ອພ້ອມກັນຕໍ່ສູ້ ແລະ ຮັບມືກັບການ ປ່ຽນແປງຂອງສະພາບສາກົນ ແລະ ພາກພື້ນທີ່ນັບມືສັບສົນ ແລະ ສົ່ງຜົນກະທົບຕໍ່ການປ້ອງກັນຄວາມສະຫງົບ ການ ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງ 2 ປະເທດ ໂດຍສະເພາະ ບັນຫາອາຊະຍາກຳຂ້າມຊາດ ທີ່ເປັນບັນຫາກົເໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຄວາມປອດໄພ ຂອງປະຊາຊົນ.ດັ່ງນັ້ນທັງສອງກະຊວງຈະຕ້ອງໄດ້ເພີ່ມທະວີການຮ່ວມມື ກ່ຽວກັບການປະສານສົມທົບແລກປ່ຽນຂໍ້ມູນ ຂ່າວສານລະຫວ່າງອົງການຜູ້ຕາງໜ້າ, ກົມພົວພັນຕ່າງປະເທດ ແລະ ກົມວິຊາສະເພາະຂອງສອງກະຊວງ, ຕະຫຼອດເຖິງບັນດາແຂວງທີ່ມີຊາຍແດນຕິດຈອດ ແຂວງແຮກສ່ຽວ ແລະ ອື່ນໆ.ແນ່ໃສ່ເພຶ່ອຮັບປະກັນເຮັດໃຫ້ສອງປະເທດລາວ-ຫວຽດນາມ ມີຄວາມສະຫງົບທາງດ້ານການເມືອງ 100% ມີຄວາມປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ.