ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນວຽກງານ ສື່ສານ ປກສ ຕ້ອງພັດທະນາ ສູ່ລະບົບທັນສະໄໝ
ພົຕ ສິນທະວົງ ໄຊຍະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທີ່ເຮັດວຽກງານສື່ສານ ຂອງກຳລັງ ປກສ ທົ່ວປະເທດ ເອົາໃຈໃສ່ປັບປຸງ, ພັດທະນາວຽກງານສື່ສານ ຮັບໃຊ້ແກ່ ການນຳກະຊວງ ແລະ ບັນດາກົມກອງຂັ້ນຕ່າງໆ ໃຫ້ມີຄວາມທັນສະໄໝ, ສະດວກ, ວ່ອງໄວ, ຊັດເຈນ ແລະ ປິດລັບ; ເຊິ່ງການເນັ້ນໜັກຄັ້ງນີ້ ໃນໂອກາດ ທີ່ທ່ານເຂົ້າຮ່ວມກອງປະຊຸມ ສະຫຼຸບວຽກງານ ສື່ສານປ້ອງກັນຄວາມສະຫງົບ ທົ່ວປະເທດ ປະຈຳປີ 2016 ແລະ ທິດທາງແຜນການ ປະຈຳປີ 2017 ໃນວັນທີ 17 ກຸມພາ ນີ້.
ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ກ່າວວ່າ ເພືື່ອພັດທະນາວຽກງານສື່ສານຮັບໃຊ້ການນຳກະຊວງ ແລະ ບັນດາກົມກອງຕ່າງໆ ຂອງກຳລັງປ້ອງກັນຄວາມສະຫງົບທົ່ວປະເທດ ໃນການຕິດຕໍ່ສື່ສານ, ການສົ່ງ-ການລາຍງານສະພາບ ແລະ ການເຄື່ອນໄຫວຮັບໃຊ້ກອງປະຊຸມ, ງານສຳຄັນຕ່າງໆຂອງກຳລັງ ປກສ ໃຫ້ມີຄວາມສະດວກ, ວ່ອງໄວ, ຊັດເຈນ ແລະ ປິດລັບ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ເຮັດໃຫ້ກຳລັງສື່ສານ ປກສ ມີຄຸນທາດການເມືອງ, ອຸ່ນອ່ຽນທຸ່ນທ່ຽງ ແລະ ຈົ່ງຮັກພັກດີຕໍ່ພັກ; ພ້ອມທັງເປັນເຈົ້າການຄົ້ນຄວ້າຮ່ຳຮຽນ ຍົກລະດັບຄວາມຮູ້ຄວາມສາມາດ ແລະ ຮູ້ນຳໃຊ້ອຸປະກອນເຕັກນິກທັນສະໄໝ ເຂົ້າໃນວຽກງານ ເພື່ອກ້າວສູ່ລະບົບທີ່ທັນສະໄໝ; ນອກນີ້ຍັງຕ້ອງໄດ້ເອົາໃຈໃສ່ກວດກາຄຸ້ມຄອງ ແລະ ບົວລະບັດຮັກສາອຸປະກອນເຕັກນິກ ໃຫ້ຢູ່ໃນສະພາບທີ່ສາມາດໃຊ້ງານໄດ້ຢູ່ສະເໜີ.