ຮອງລັດຖະມົນຕີກະຊວງ ປກສ ເນັ້ນໜັກ ກ່ຽວກັບ ການຄຸ້ມຄອງ ສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກຫຼາຍບັນຫາ ໃນການຫັນເອົາກຳລັງປ້ອງກັນຄວາມສະຫງົບ ລົງເຮັດວຽກງານກໍ່ສ້າງຮາກຖານ ການເມືອງຕິດພັນກັບການປະຕິບັດ ວຽກງານວິຊາສະເພາະ ໃຫ້ຖືກຕ້ອງ ຕາມລະບຽບຫຼັກການ; ການໃຫ້ທິດຊີ້ນຳຄັ້ງນີ້ ໃນໂອກາດທີ່ທ່ານ ໄດ້ເຂົ້າຮ່ວມກອງປະຊຸມ ສະຫຼຸບວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ທົ່ວປະເທດ ປະຈຳປີ 2016 ແລະ ທິດທາງແຜນການ ປະຈຳປີ 2017 ໃນວັນທີ 22 ກຸມພາ ນີ້.
ເຊິ່ງທ່ານ ຮອງລັດຖະມົນຕີກະຊວງ ປກສ ໄດ້ຍົກໃຫ້ເຫັນເຖິງສະພາບການເຄື່ອນໄຫວ ແລະ ກົນອຸບາຍມ້າງເພຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ດີ ທີ່ຍັງເປັນບັນຫາທ້າທາຍ ຕໍ່ວຽກງານປ້ອງກັນຄວາມສະຫງົບ ການຮັກສາຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ ຢູ່ຂັ້ນຮາກຖານ. ດັ່ງນັ້ນກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ຕ້ອງໄດ້ເປັນເຈົ້າການ ປະສານສົມທົບກັບບັນດາກົມ-ກອງ ເພື່ອຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ມະຕິຄຳສັ່ງຂອງຂັ້ນເທີງ ລົງຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ໃຫ້ປະຊາຊົນ ຢູ່ຮາກຖານໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕິດພັນກັບການປະຕິບັດວຽກງານວິຊາສະເພາະ ໃຫ້ມີຄຸນນະພາບ ແລະ ຖືກຕ້ອງຕາມລະບຽບຫຼັກການ ເປັນຕົ້ນແມ່ນການເກັບກຳ, ກວດກາ ແລະ ຄຸ້ມຄອງບັນດາກຸ່ມບ້ານ, ບ້ານ, ຫຼັງຄາເຮືອນ, ຄອບຄົວ ແລະ ການເໜັງຕິງຂອງພົນລະເມືອງ, ເອົາໃຈໃສ່ຂື້ນທະບຽນສຳມະໂມຄົວ, ອອກບັດປະຈຳຕົວ ໃຫ້ພົນລະເມືອງລາວ ແລະ ຄົນຕ່າງດ້າວໃຫ້ຖືກຕ້ອງຕາມລະບຽບຫຼັກການ, ພ້ອມກັນນີ້ຕ້ອງໄດ້ເອົາໃຈໃສ່ກວດກາ, ຄຸ້ມຄອງ ແລະ ແກ້ໄຂບັນຫາການຍົກຍ້າຍຖິ່ນຖານແບບຊະຊາຍ, ການເຂົ້າ-ອອກເມືອງຜິດກົດໝາຍຢູ່ຕາມຊາຍແດນ ແລະ ອື່ນໆ.