ເຈົ້າໜ້າທີ່ຕຳຫຼວດ ແຂວງບໍ່ແກ້ວ ລົງແກ້ໄຂບັນຫາ ລັກລອບປູກຝິ່ນ ແລະ ທຳລາຍໄຮ່ຝິ່ນ 38 ເຮັກຕາ
ໃນລະຫວ່າງ ວັນທີ 10-19 ກຸມພາ 2017 ນີ້ ເຈົ້າໜ້າທີ່ຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງບໍ່ແກ້ວ ສົມທົບກັບເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານ ເມືອງປາກທາ ແຂວງບໍ່ແກ້ວ ພ້ອມດ້ວຍອຳນາດການປົກຄອງທ້ອງຖີ່ນ ໄດ້ລົງເຄື່ອນໄຫວແກ້ໄຂ ບັນຫາການລັກລອບ ປູກຝິ່ນຢູ່ຂອບເຂດ 11 ບ້ານທີ່ຂື້ນກັບເມືອງປາກທາ ແຂວງບໍ່ແກ້ວ ໄດ້ກວດພົບການລັກລອບປູກຝິ່ນ ແລະ ທຳລາຍໄຮ່ຢາຝິ່ນ 38 ເຮັກຕາ ໃນນີ້ແມ່ນມີການເກັບກູ້ແລ້ວ 2 ເຮັກຕາ, ພ້ອມທັງສາມາດກັກຕົວພວກລັກລອບປູກຝິ່ນໄດ້ 5 ຄົນ, ຍຶດຢາຝິ່ນ 3 ກິໂລກຣາມ, ແກ່ນຝິ່ນ 1 ເປົາ, ຢາບ້າ 400 ເມັດ ແລະ ປືນ 8 ກະບອກ.