ເຈົ້າໜ້າທີ່ຕຳຫຼວດ ສະຫຼຸບສາເຫດ ໄຟໄໝ້ ຮ້ານປິ້ງໄກ່ 16 ຮ້ານ ຢູ່ຕະຫຼາດເຊໂນ
ເຈົ້າໜ້າທີ່ຕຳຫຼວດ ແຂວງສະຫວັນນະເຂດ ໄດ້ລາຍງານໃຫ້ຮູ້ກ່ຽວກັບ ສາເຫດຂອງເຫດການ ໄຟໄໝ້ຮ້ານປິ້ງໄກ່ ຢູ່ຕະຫຼາດເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໃນວັນທີ 19 ກຸມພາ 2017 ແມ່ນເກີດຈາກ ການໄຕ້ທູບ-ທຽນບູຊາ ຮ້ານພະ ທີ່ຢູ່ໃນຮ້ານຂອງແມ່ຕູ້ ຂັນທະລີ ອາຍຸ 64 ປີ ຢູ່ບ້ານໄຊອຸດົມ ເມືອງອຸທຸມພອນ ຈາກນັ້ນໄຟໄດ້ລຸກລາມ ໄໝ້ຮ້ານທີ່ຢູ່ໃກ້ຄຽງ ເນື່ອງຈາກຮ້ານສ່ວນໃຫ່ຍ ແມ່ນເຮັດດ້ວຍໄມ້, ມຸງສັງກະສີ ແລະ ແອ້ມດ້ວຍຝາໄມ້ເຮ້ຍ ບວກກັບສະພາບອາກາດແຫ້ງ ອົບເອົ້າ ຈຶ່ງເຮັດໃຫ້ໄຟໄໝ້ລຸກລາມ ຂະຫຍາຍອອກເປັນວົງກວ້າງຢ່າງໄວວາ. ຜົນຂອງການ ເສຍຫາຍ ມີຮ້ານຂາຍເຄື່ອງ 16 ຮ້ານ ລວມມູນຄ່າ 490 ລ້ານກວ່າກີບ.