ຮອງ ລັດຖະມົນຕີກະຊວງ ປກສ ເນັ້ນກຳລັງ ປ້ອງກັນ ສູນກາງ ສືບຕໍ່ ປ້ອງກັນ ການນຳ ຂັ້ນສູງ ພັກ-ລັດ ແລະ ກອງປະຊຸມ ສຳຄັນ ໃຫ້ປອດໄພ 100%
ໃນໂອກາດທີ່ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບ ການເຄື່ອນໄຫວວຽກງານ ປ້ອງກັນສູນກາງ ປະຈຳປີ 2016 ແລະ ວາງທິດທາງແຜນການປີ 2017 ໃນວັນທີ 24 ກຸມພາ ນີ້ ທ່ານໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນນັກໃຫ້ກຳລັງ ປ້ອງກັນສູນກາງ ເພີ່ມທະວີຄວາມຮັບຜິດຊອບ ທາງດ້ານວຽກງານວິຊາສະເພາະ ໃນການປ້ອງກັນ ບັນດາການນຳພັກ-ລັດ, ແຂກ ແລະ ກອງປະຊຸມສຳຄັນທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2017 ນີ້ ໃຫ້ມີຄວາມສະຫງົບ ປອດໄພ 100%.
ເຊິ່ງທ່ານ ຮອ ງລັດຖະມົນຕີກະຊວງ ປກສ ໄດ້ກ່າວວ່າ ຄະນະພັກ-ຄະນະບັນຊາ ກຳລັງປ້ອງກັນສູນກາງແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີປະຕິບັດພາລະບົດບາດ, ສິດ, ໜ້າທີ ໃນການເປັນເສນາທິການ ໃຫ້ແກ່ກະຊວງ ປກສ ເພື່ອກວດກາ, ເກັບກຳສະພາບ ພ້ອມທັງຄົ້ນຄວ້າວາງແຜນ ບັນຈຸສັບຊອນ ແລະ ຈັດວາງກຳລັງເຫຼົ່າຮົບວິຊາສະເພາະ ເຮັດໜ້າທີ່ອຳນວຍຄວາມສະດວກ, ປ້ອງກັນເຮືອນພັກຂອງການນຳ, ບັນດາສຳນັກງານ-ອົງການ, ການຮັກສາຄວາມປອດໄພ ໃຫ້ແກ່ການເຄື່ອນໄຫວຂອງການນຳຂັ້ນສູງ, ແຂກຕ່າງປະເທດ ແລະ ກອງປະຊຸມສຳຄັນຕ່າງໆ ໃຫ້ມີຄວາມສະຫງົບ ປອດໄພ 100% ພ້ອມກັນນີ້ ກໍ່ຕ້ອງໄດ້ຄົ້ນຄວ້າຮ່ຳຮຽນ ຍົກລະດັບທາງດ້ານຄວາມຮູ້, ຄວາມສາມາດ, ຄວາມຊຳນິຊຳນານ, ທາງດ້ານວຽກງານວິຊາສະເພາະ ແລະ ການນຳໃຊ້ພາຫະນະ, ອຸປະກອນເຕັກນິກທັນສະໄໝ ເຂົ້າໃນວຽກງານວິຊາສະເພາະຂອງບັນດາເຫຼົ່າຮົບ ເຊັ່ນ: ການເຮັດໜ້າທີ່ປ້ອງກັນຄຽງຂ້າງ, ການຄຸມແຫ່, ການກວດກາທາດເບື່ອ, ທາດແຕກ, ການນຳໃຊ້ເຄື່ອງເອັກສະເລ ເພື່ອສະກັດກັ້ນວັດຖຸຕ້ອງຫ້າມ ແລະ ອື່ນໆ.