ຈັບຜູ້ກະທຳຜິດພ້ອມຢາຝິ່ນ 10 ກິໂລກຣາມ
ໃນວັນທີ 25 ກຸມພາ 2017 ນີ້ ເຈົ້າໜ້າທີ່ພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນ້ຳທາ ໄດ້ຈັບຕົວຜູ້ລັກລອບ ຄ້າຂາຍຢາເສບຕິດ ໄດ້ 1 ຄົນ ພ້ອມຂອງກາງ ຢາຝິ່ນຈຳນວນ 20 ກ້ອນ ນ້ຳໜັກ 10 kg ເຊິ່ງຜູ້ກະທຳຜິດ ຊື່ທ້າວ ບຸນເພັງ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານ ແສງຫຼວງ ເມືອງໃໝ່ ແຂວງຜົ້ງສາລີ ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ທ້າວບຸນເພັງ ໄດ້ຮັບສາລະພາບ ຢາຝິ່ນຈຳນວນດັ່ງກ່າວ ແມ່ນຂອງຕົນເອງແທ້ ເຊິ່ງໄດ້ນຳມາແຕ່ແຂວງຜົ້ງສາລີ ຈຸດປະສົງແມ່ນຈະເອົາໄປຈຳໜ່າຍ ຢູ່ເຂດເມືອງສິງ ແຂວງຫຼວງນ້ຳທາ ແຕ່ຖືກເຈົ້າໜ້າທີ່ກວດພົບ ປະຈຸບັນ ເຈົ້າໜ້າທີ່ກຳລັງທຳການສືບສວນ-ສອບສວນ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອນຳຕົວຜູ້ກະທຳຜິດມາລົງໂທດຕາມລະບຽບກົດໝາຍ