ເຈົ້າໜ້າທີ່ຕຳຫຼວດ ແຂວງບໍລິຄຳໄຊ ກັກຕົວ 2 ຜົວເມຍ ພ້ອມເຮໂລອິນ 3 ແທ່ງ ແລະ ເງີນປອມ 60.000 ໂດລາ
ໃນວັນທີ 14 ມີນາ 2017 ນີ້ ເຈົ້າໜ້າທີ່ຕຳຫຼວດ ແຂວງບໍລິຄຳໄຊ ໄດ້ກັກຕົວ ທ້າວ ຜາຍ ອາຍຸ 49 ປີ ແລະ ນາງ ແສງ ອາຍຸ 50 ປີ ປະຊາຊົນ ບ້ານຈອມທອງ ເມືອງຄຳ ແຂວງຊຽງຂວາງ (ທັງສອງເປັນຜົວເມຍກັນ) ພ້ອມເຮໂລອິນ 3 ແທ່ງ, ຢາບ້າ 2.000 ເມັດ, ເງີນໂດລາປອມ 60.000 ໂດລາ, ປືນ 1 ກະບອກ ແລະ ເງີນ 560.000 ກີບ.
ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດ ທ້າວ ຜາຍ ( ຜູ້ເປັນຜົວ) ໄດ້ໃຫ້ການວ່າ ໃນວັນທີ 10 ມີນາ 2017 ຕົນເອງພ້ອມດ້ວຍເມຍ ໄດ້ຂີ່ລົດກະບະຍີ່ຫໍ້ແດຮັນ ສີຂາວ ໝາຍເລກທະບຽນ ບຂ 5029 ກຳແພງນະຄອນ ມາແຕ່ແຂວງຊຽງຂວາງ ເພື່ອໄປຊື້ຢາເສບຕິດນຳພວກຮ່ວມຂະບວນການ ຢູ່ເຂດບ້ານທ່າກົກໄຮ ເມືອງປາກງື່ມ ນະຄອນຫຼວງວຽງຈັນ; ຮອດວັນທີ 14 ມີນາ 2017 ຈິ່ງໄດ້ໄປສົ່ງເມຍຢູ່ເຮືອນພີ່ນ້ອງ ຢູ່ບ້ານນາແຄນ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຈາກນັ້ນຈິ່ງໄດ້ໄປຕົກລົງຊື້ຂາຍ ແລະ ກຳນົດຈຸດຮັບ-ສົ່ງ ຢາເສບຕິດ ຮອດຕອນແລງຂອງວັນດຽວກັນ ກໍ່ໄດ້ໄປຮັບເອົາຢາເສບຕິດ ຢູ່ຈຸດນັດພົບເຂດ ບ້ານຊຽງແລ ເມືອງປາກງື່ມ ແລ້ວກໍ່ໄປຮັບເອົາເມຍຢູ່ເຮືອນພີ່ນ້ອງ ເພື່ອເດີນທາງກັບເມືອແຂວງຊຽງຂວາງ ພໍຮອດເສັ້ນທາງເຂດ ບ້ານຜາໂປງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຖືກເຈົ້າໜ້າທີ່ຕຳຫຼວດກັກຕົວດຳເນີນຄະດີ.
ສ່ວນ ນາງ ແສງ (ຜູ້ເປັນເມຍ) ແມ່ນຍັງໃຫ້ການປະຕິເສດວ່າບໍ່ໄດ້ຮູ້ເຫັນ ຫຼື ກ່ຽວຂ້ອງກັບການຊື້ຂາຍຢາເສບຕິດ ຂອງທ້າວ ຜາຍ ( ຜູ້ເປັນຜົວ) ແຕ່ຢ່າງໃດ.
ປັດຈຸບັນ ເຈົ້າໜ້າທີ່ຕຳຫຼວດ ພວມດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ສະຫຼຸບສຳເນົາຄະດີ ສົ່ງໄອຍະການ ເພື່ອສົ່ງຟ້ອງໃຫ້ສານຕັດສິນລົງໂທດຜູ້ກະທະຜິດຕາມລະບຽບກົດໝາຍ.