ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນປ່ອຍຕົວ ນັກໂທດກ່ອນກຳນົດ 25 ຄົນ
ໃນວັນທີ 20 ມີນາ 2017 ນີ້ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ຕັດສິນປ່ອຍຕົວນັກໂທດກ່ອນກຳນົດ ຈຳນວນ 25 ຄົນ ໃນນີ້ມີນັກໂທດຄະດີຢາເສບຕິດ 20 ຄົນ, ລັກຊັບ 2 ຄົນ, ຂົ່ມຂືນທຳຊຳເລົາ 1 ຄົນ, ຊື້-ຂາຍອາວຸດເສິກ 1 ຄົນ ແລະ ສໍ້ໂກງຊັບ 1 ຄົນ.
ບັນດານັກໂທດ ທີ່ໄດ້ຮັບການຕັດສິນ ໃຫ້ຖືກປ່ອຍຕົວກ່ອນກຳນົດ ໃນຊຸດນີ້ ແມ່ນນັກໂທດທີ່ຖືກສານຕັດສິນລົງໂທດຕາມລະບຽບກົດໝາຍ ແລະ ຖືກປະຕິບັດໂທດຢູ່ ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ພ້ອມທັງໄດ້ຮັບການຕິດຕາມ, ສຶກສາອົບຮົມ ຢ່າງໃກ້ຊິດຕິດແທກ ຈາກເຈົ້າໜ້າທີ່ວິຊາສະເພາະ ທີ່ປະຈຳການ ຢູ່ຄ້າຍຄຸມຂັງ-ດັດສ້າງ, ຜ່ານການຕິດຕາມກວດກາ ເຫັນວ່າ ແຕ່ລະຄົນລ້ວນແຕ່ມີຄວາມຕື່ນຕົວ, ມີຄວາມກ້າວໜ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ, ມີຄວາມຮູ້ສຶກກິນແໜງແຄງໃຈ ທີ່ເຄີຍໄດ້ກະທຳຜິດມາກ່ອນ, ມີຄວາມຫ້າວຫັນໃນການ ອອກແຮງງານ ແລະ ປະຕິບັດກົດລະບຽບຂອງ ຄ້າຍຄຸມຂັງ-ດັດສ້າງ ໄດ້ເປັນຢ່າງດີ; ສິ່ງທີ່ສຳຄັນກໍ່ຄື ທຸກຄົນລ້ວນແຕ່ມີຄວາມຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດຢ່າງເລິກເຊິ່ງ.
ດັ່ງນັ້ນ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈິ່ງໄດ້ມີການຄົ້ນຄວ້າ ພິຈາລະນາ ແລະ ຕັດສິນປ່ອຍຕົວກ່ອນກຳນົດ ນັກໂທດຈຳນວນດັ່ງກ່າວ ເພື່ອໃຫ້ແຕ່ລະຄົນໄດ້ກັບຄືນສູ່ຄອບຄົວ ແລະ ປະກອບສ່ວນ ໃນການສ້າງສາພັດທະນາບ້ານເມືອງ, ກໍ່ຄືປະກອບສ່ວນ ເຂົ້າໃນການຮັກສາ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.