ແຈ້ງການ
ເລື່ອງ: ເຕືອນສະຕິກ່ຽວກັບ ຄວາມສ່ຽງຂອງການກໍ່ອາຊະຍາກຳທາງດ້ານ ບັດ ATM ປອມ, ຖອນເອົາເງີນຢູ່ຕູ້ ATM ຂອງທະນາຄານຕ່າງໆ ຢູ່ ສປປ ລາວ.
ໃນປະຈຸບັນນີ້ ໃນສະພາບສັງຄົມ ມີການຜັນແປໄປຢ່າງສັບສົນ, ການເຄື່ອນໄຫວຂອງບັນດາກຸ່ມກໍ່ອາຊະຍາກຳປະເທດຕ່າງໆ ແມ່ນໄດ້ໃຊ້ຫຼາຍເລ້ລ່ຽມ ທີ່ເລິກເຊິ່ງ ແລບແນບນຽນ ແລະ ວັດຖຸເຕັກນິກ ທີ່ທັນສະໄໝເຂົ້າໃນການກໍ່ອາຊະຍາກຳ ເຊັ່ນ: ການນຳໃຊ້ບັດ ATM ປອມ, ເພື່ອລັກລອບຖອນເອົາເງີນຢູ່ ຕູ້ ATM ຂອງບັນດາທະນາຄານຕ່າງໆ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ ຢູ່ໃນ ສປປ ລາວ, ພວກກຸ່ມຄົນບໍ່ດີທີ່ເຄື່ອນໄຫວກໍ່ອາຊະຍາກຳດັ່ງກ່າວ ແມ່ນມີການນຳໃຊ້ເຄື່ອງ ອີເລັກໂທນິກ ເພື່ອລັກລອບຖອນເງີນ ຂອງພໍ່ແມ່ປະຊາຊົນ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ, ພວກເຂົາໄດ້ມີການວາງແຜນ, ເປັນກຸ່ມແກ້ງ, ມີການຈັດຕັ້ງເປັນເຄືອຄ່າຍທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງເຮັດໃຫ້ມີຜົນກະທົບຢ່າງໃຫ່ຍຫຼວງ ຕໍ່ລະບົບເສດຖະກິດຂອງປະເທດເຮົາ, ເຮັດໃຫ້ຊັບສິນ, ເງີນຄຳຂອງປະຊາຊົນຖືກເສຍຫາຍ.
ມາເຖິງປະຈຸບັນ ໄດ້ມີຜູ້ຖືກເສຍຫາຍເປັນຈຳນວນຫຼາຍ, ເຊິ່ງເປົ້າໝາຍກໍ່ອາຊະຍາກຳ ສ່ວນຫຼາຍເປັນຄົນຕ່າງປະເທດ, ເຈົ້າໜ້າທີ່ຕຳຫຼວດ ຈຶ່ງເຕືອນສະຕິ ໃຫ້ແກ່ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ ຕຳຫຼວດ, ພໍ່ຄ້າຊາວຂາຍ,ແລະ ບັນດາທະນາຄານທຸລະກິດ ເອົາໃຈໃສ່ຄຸ້ມຄອງ ຕີດຕາມກວດກາ ການນຳໃຊ້ບັດ ATM ເພື່ອເປັນຫູ, ເປັນຕາ ຊ່ວຍເຈົ້າໜ້າທີ່ ໃຜຮູ້ເຫັນ ມີຂໍ້ມູນຫຼັກຖານອັນໃດ ກ່ຽວກັບກຸ່ມຄົນ ທີ່ເຄື່ອນໄຫວ ກໍ່ອາຊະຍາກຳ ທາງດ້ານ ການນຳໃຊ້ ບັດ ATM ປອມ, ໃຫ້ລາຍງານຕໍ່ເຈົ້າໜ້າທີ່ຕຳຫຼວດໂດຍດ່ວນ, ເພື່ອຈັບຕົວພວກກ່ຽວ ມາດຳເນີນຄະດີ ຕາມລະບຽບກົດໝາຍ. ດັ່ງນັ້ນ, ກົມຕຳຫຼວດເສດຖະກິດ , ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຈິ່ງແຈ້ງມາຍັງບັນດາທ່ານ ຈົ່ງຮັບຮູ້ ແລະ ພ້ອມກັນມີສະຕິ ລະວັງຕົວ ທັງໝົດນີ້ ກໍ່ເພື່ອເຮັດໃຫ້ສັງຄົມຮັບຮູ້, ເພື່ອຮັກສາສິດຜົນປະໂຫຍດ ແລະ ວັກຖຸຊັບສິນ ຂອງປະຊາຊົນລາວບັນດາເຜົ່າ ບໍ່ໃຫ້ຕົກເຮ່ຍເສຍຫາຍ ຄືກໍລະນີດັ່ງກ່າວນີ້.