ເຈົ້າໜ້າທີ່ຕຳຫຼວດ ສະຫຼຸບຜົນການສືບສວນ-ສອບສວນ ສາເຫດໄຟໄໝ້ເຮືອນ ແລະ ຮ້ານຂາຍເຄື່ອງ ຢູ່ບໍ່ເຕນ
ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ລາຍງານໃຫ້ຮູ້ກ່ຽວກັບ ສາເຫດຂອງເຫດການໄຟໄໝ້ເຮືອນ ແລະ ຮ້ານຂາຍເຄື່ອງ ຢູ່ເຂດບ້ານບໍ່ເຕນ ເມືອງ ແລະ ແຂວງຫຼວງນ້ຳທາ ແມ່ນເກີດຈາກການດັງໄຟແຕ່ງກິນ ແລະ ລືມດັບມອດ.
ເຊິ່ງເຫດການໄຟໄໝ້ດັ່ງກ່າວ ແມ່ນເກີດຂື້ນ ເວລາປະມານ 15 ໂມງ ຂອງວັນທີ 21 ມີນາ 2017 ເຊິ່ງສ້າງຄວາມເສຍຫາຍ ມີເຮືອນ 1 ຫຼັງ, ຮ້ານຂາຍເຄື່ອງ 4 ຮ້ານ ແລະ ຕູ້ເຄື່ອງເອເລັກໂຕນິກລະບົບ 3 ຈີ ຂອງເຄືອຂ່າຍອີທີແອວ 2 ຕູ້ ຖືກໄຟໄໝ້. ລວມມູນຄ່າເສຍຫາຍທັງໝົດ ປະມານ 1 ຕື້ກວ່າກີບ; ສ່ວນສາເຫດແມ່ນ ເກີດຈາກຄອບຄົວຂອງ ທ້າວ ຕ້າວ ອາຍຸ 75 ປີ ໄດ້ມີການດັງໄຟເພື່ອແຕ່ງກິນ ແລ້ວລືມດັບມອດ ແລະ ເຮັດໃຫ້ເກີດໄຟລຸກໄໝ້ ພ້ອມທັງລຸກລາມ ໃສ່ຮ້ານຂາຍເຄື່ອງທີ່ຢູ່ບໍລິເວນໃກ້ຄຽງຢ່າງໄວວາ.