ແມ່ບັງຄັບລູກສາວ ຂາຍບໍລິການ ຖືກກັກຕົວດຳເນີນຄະດີ
ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ກັກຕົວ ນາງ ຄຳຜຸຍ ອາຍຸ 43 ປີ ປະຊາຊົນ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມາດຳເນີນຄະດີ ໃນກໍລະນີ ເອົາຜູ້ຍິງທີ່ຍັງບໍ່ທັນເຖິງກະສຽນອາຍຸ ຫຼື ບັງຄັບຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງດູແລຂອງຕົນ ໃຫ້ເປັນໂສເພນີ ແລະ ກັກຕົວ ນາງ ບຸນຖະໜອມ ຫຼື ຕຸ່ນ ອາຍຸ 46 ປີ ປະຊາຊົນ ຢູ່ບ້ານ ໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມາດຳເນີນຄະດີ ໃນກໍລະນີ ໄດ້ໃຫ້ຄວາມຊ່ວຍເຫຼືອ ຫຼື ຄວາມສະດວກແກ່ການເປັນໂສເພນີ. ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 131 ແລະ 132 ຂອງກົດໝາຍອາຍາ.
ເຊິ່ງລາຍຄະດີດັ່ງກ່າວແມ່ນ ນາງ ຄຳຜຸຍ ໄດ້ບັງຄັບໃຫ້ລູກສາວຂອງຕົນເອງ ຊື້ ນາງ ກໍ ( ນາມສົມມຸດ ) ອາຍຸ 14 ປີ ໃຫ້ເປັນໂສເພນີ ຫຼື ຂາຍບໍລິການທາງເພດ ໂດຍມີ ນາງ ບຸນຖະໜອມ ຫຼື ຕຸ່ນ ເປັນນາຍໜ້າ ໃນການຕິດຕໍ່ແຂກໃຫ້ມາຊື້ບໍລິການ ສ່ວນສະຖານທີ່ແມ່ນ ຢູ່ເຮືອນຂອງ ນາງ ຄຳຜຸຍ ແລະ ໄດ້ເຮັດມາຫຼາຍຄັ້ງແລ້ວ ຈົນເຖິງໄລຍະທ້າຍປີ 2016 ຜ່ານມາ ນາງ ບຸນຖະໜອມ ຫຼື ຕຸ່ນ ໄດ້ໄປຫານາງ ກໍ (ນາມສົມມຸດ) ຢູ່ໂຮງຮຽນແຫ່ງໜື່ງ ໃນເມືອງຈັນທະບູລີ ເພື່ອບັງຄັບໃຫ້ໄປຮັບແຂກ ຫຼື ຂາຍບໍລິການທາງເພດ ແຕ່ ນາງ (ກໍ) ບໍ່ຍອມ ຈິ່ງໄດ້ແຈ້ງຕໍ່ອຳນວຍການໂຮງຮຽນ ຫຼັງຈາກນັ້ນ ທາງໂຮງຮຽນຈຶ່ງໄດ້ປະສານງານ ເຈົ້າໜ້າທີ່ກັບເຈົ້າໜ້າທີ່ຕຳຫຼວດ ເພື່ອໃຫ້ກັກຕົວ ນາງບຸນຖະໜອມ ຫຼື ຕຸ່ນ ດຳເນີນຄະດີ, ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດ ນາງບຸນຖະໜອມ ຫຼື ຕຸ່ນ ໄດ້ໃຫ້ການຊັກທອດເຖິງ ນາງ ຄຳຜຸຍ ຜູ້ເປັນແມ່ຂອງ ນາງ ກໍ ( ນາມສົມມຸດ ) ວ່າເປັນຜູ້ບັງຄັບ ລູກສາວຂອງຕົນເອງ ໃຫ້ຂາຍບໍລິການທາງເພດ ສ່ວນຕົນເອງແມ່ນ ເປັນຜູ້ຕິດຕໍ່ແຂກ ແລະ ຈະໄດ້ຮັບສ່ວນແບ່ງໃນແຕ່ລະຄັ້ງ.
ສ່ວນ ນາງ ຄຳຜຸຍ ໄດ້ສາລະພາບວ່າ ໄດ້ບັງຄັບລູກສາວຂອງຕົນເອງ ໃຫ້ຂາຍບໍລິການທາງເພດ ຕາມຂໍ້ກ່າວຫາແທ້ ເພື່ອຫາເງີນມາໃຊ້ຈ່າຍໃນຄອບຄົວ ໂດຍໃຫ້ ນາງ ບຸກຖະໜອມ ຫຼື ຕຸ່ນ ເປັນຜູ້ຕິດຕໍ່ແຂກໃຫ້ມາຊື້ບໍລິການ ສ່ວນສະຖານທີ່ແມ່ນຢູ່ເຮືອນຂອງນາງ ຄຳຜຸຍເອງ ແຕ່ຫາກເທື່ອໃດ ທີ່ລູກສາວບໍ່ຍອມຮັບແຂກ ນາງ ຄຳຜຸຍ ກໍຂູ່ວ່າ ຈະຕັດຂາດ ຄວາມເປັນແມ່ລູກກັນ.