ຈັບພວກ ຄ້າຂາຍ ຢາເສບຕິດ ໄດ້ 3 ຄົນ ພ້ອມ ເຮໂລອິນ 97 ແທ່ງ
ເຈົ້າໜ້າທີ່ ກົມຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນ ຄວາມສະຫງົບ ໄດ້ນຳກຳລັງ ປິດລ້ອມ ແລະ ຈັບຕົວ ພວກຄ້າຂາຍ ຢາເສບຕິດ ຢູ່ຈຸດນັດຊື້ ຂາຍຢູ່ ເຂດ ບ້ານ ຫົວຊຽງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ່ 4 ເມສາ 2017 ນີ້ ສາມາດຢືດ ເຮໂລອີນໄດ້ 97 ແທ່ງ ນ້ຳໜັກ 40 ກິໂລກະລາມ ແລະ ລົດໃຫ່ຍ 2 ຄັນ ພ້ອມທັງຈັບ ພວກກະທຳຜິດ ໄດ້ 3 ຄົນ ຄື ທ້າວ ສາລີ ອາຍຸ 29 ປີ, ທ້າວ ບໍລິ ອາຍຸ 20 ປີ ທັງສອງເປັນ ປະຊາຊົນ ຢູ່ບ້ານ ໄຊຈະເລີນ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ແລະ ທ້າວ ຮືຢາງ ອາຍຸ 23 ປີ ປະຊາຊົນ ຢູ່ ບ້ານໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ;ປັດຈຸບັນ ພວມຢູ່ໃນຂັ້ນຕອນ ດຳເນີນຄະດີ ຂອງເຈົ້າໜ້າທີ່ຕຳຫຼວດ.