ກອງປະຊຸມ ສະໄໝສາມັນ ເທື່ອທີ່ 3 ຂອງ ສະພາແຫ່ງຊາດ ຊຸດທີ່ VIII ໄຂຂຶ້ນຢ່າງ ເປັນທາງການ
ກອງປະຊຸມ ສະໄໝສາມັນ ເທື່ອທີ່ 3 ຂອງ ສະພາແຫ່ງຊາດ ຊຸດທີ່ VIII ໄດ້ໄຂຂື້ນໃນ ວັນທີ 25 ເມສາ 2017 ນີ້ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍການນຳຂັ້ນສູງ ພັກ-ລັດ ພະນັກງານ ອາວຸໂສບຳນານ ແລະ ສະມາຊິກ ສະພາແຫ່ງຊາດ ເຂົ້າຮ່ວມ.
ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ໄດ້ກ່າວໄຂກອງປະຊຸມ ເຊິ່ງມີເນື້ອໃນສຳຄັນ ບາວຕອນທ່ານໄດ້ກ່າວວ່າ ກອງປະຊຸມ ສະໄໝສາມັນ ເທື່ອທີ່ 3 ຂອງສະພາແຫ່ງຊາດ ຊຸດທີ່ VIII ຈະໄດ້ດຳເນີນເປັນເວລາ 18 ວັນ ຄືລະຫວ່າງວັນທີ 25 ເມສາ ຫາ 18 ພຶດສະພາ 2017 ເພື່ອປະຕິບັດ ພາລະບົດບາດ, ໜ້າທີ່ໃນການ ເປັນອົງການ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງ ປະຊາຊົນລາວບັນດາເຜົ່າ ເປັນຕົ້ນແມ່ນເພື່ອຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນດາວຽກງານສຳຄັນຂອງຊາດ ເຊັ່ນ: ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາການສ້າງ – ການປັບປຸງກົດໝາຍ, ຮັບຮອງເອົາການຄັດເລືອກ ບຸກຄະລາກອນ ສຳຄັນຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ບັນຫາສຳຄັນອື່ນໆ ໃຫ້ສອດຄ່ອງກັບສະພາບ ຈຸດພິເສດຂອງປະເທດ ແລະ ສາມາດ ເຊື່ອມໂຍງກັບສາກົນ.