ລາວ-ກຳປູເຈຍ ສືບຕໍ່ຮ່ວມມືວຽກງານ ປ້ອງກັນ ຄວາມສະຫງົບ
ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມື ແລະ ພິທີລົງນາມບົດບັນທຶກ ວ່າດ້ວຍການຮ່ວມມື ປະຈຳປີ 2017 ກັບກະຊວງພາຍໃນ ແຫ່ງຣາຊະອານາຈັກ ກຳປູເຈຍ ຢູ່ທີ່ນະຄອນຫຼວງພະນົມເປັນ ໃນວັນທີ 25 ເມສາ ນີ້ ເຊິ່ງກອງປະຊຸມໄດ້ດຳເນີນ ໂດຍການເປັນປະທານຮ່ວມຂອງ ສົມເດັດ ໂກລາໂຮມຊໍເຄັງ ຮອງນາຍຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ກຳປູເຈຍ ແລະ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ລາວ ພ້ອມດ້ວຍຄະນະຜູ້ແທນທັງສອງກະຊວງເຂົ້າຮ່ວມ.
ໃນກອງປະຊຸມໄດ້ມີການຕີລາຄາ ສະພາບການຂອງສາກົນ, ພາກພື້ນ ແລະ ພາຍໃນ ສອງປະເທດ ທີ່ສົ່ງຜົນກະທົບຕໍ່ການປົກປັກຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນໄລຍະຜ່ານມາ ແລະ ຄາດກະສະພາບການໃນຕໍ່ໜ້າ, ກອງປະຊຸມໄດ້ທົບທວນຄືນ ບັນດາຜົນສຳເລັດ ໄດ້ຄົ້ນຄ້ວາຕົກລົງ ເຫັນດີເປັນເອກະພາບກັນ ກ່ຽວກັບການສືບຕໍ່ຮ່ວມມື ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບໃນຕໍ່ໜ້າ ເປັນຕົ້ນແມ່ນ ການຮ່ວມມືຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ການປ້ອງກັນ ສະກັດກັ້ນ ປາບປາມການເຄື່ອນໄຫວກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ການກວດກາການເຂົ້າ-ອອກເມືອງ, ການອຳນວຍຄວາມສະດວກ-ຄວາມປອດໄພ ໃຫ້ແກ່ປະຊາຊົນທັງສອງປະເທດ ທີ່ເຄື່ອນໄຫວຢູ່ປະເທດຂອງຕົນ, ການປ້ອງກັນປາບປາມຢາເສບຕິດ, ການຕ້ານການຄ້າມະນຸດ, ການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນ ແລະ ອຶຶ່ນໆ.
ພ້ອມກັນນີ້ ພົຕ ສົມແກ້ວ ສີລາວົງ ຕາງໜ້າຝ່າຍລາວ ແລະ ສົມເດັດ ໂກລາໂຮມຊໍເຄັງ ຕາງໜ້າຝ່າຍ ກຳປູເຈຍ ຍັງໄດ້ຮ່ວມກັນລົງນາມ ບົດບັນທຶກ ວ່າດ້ວຍການຮ່ວມມື ປະຈຳປີ 2017 ລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊາອານາຈັກ ກຳປູເຈຍ ຕື່ມອີກ.