ເຈົ້າໜ້າທີ່ຕຳຫຼວດ ແຂວງອຸດົມໄຊ ກັກຕົວ ເປົ້າໝາຍ 3 ຄົນ ພ້ອມຢາຝິ່ນ 8 ກິໂລກຣາມ
ໃນວັນທີ 27 ເມສາ 2017 ນີ້ ເຈົ້າໜ້າທີ່ຕຳຫຼວດ ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ກວດຄົ້ນ ເປົ້າໝາຍເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ເສັ້ນທາງຫຼັກກິໂລແມັດ ທີ່ 37 ລະຫວ່າງ ແຂວງອຸດົມໄຊ ຫາ ແຂວງຜົ້ງສາລີ ສາມາດຍຶດຢາຝິ່ນໄດ້ 8 ກິໂລກຣາມ ພ້ອມທັງກັກຕົວເປົ້າໝາຍ 3 ຄົນ ຄື ທ້າວ ໄມທຳ ອາຍຸ 58 ປີ ປະຊາຊົນ ຢູ່ບ້ານຍໍ້ ເມືອງບຸນເໜືອ, ທ້າວ ສົມ ອາຍຸ 41 ປີ, ປະຊາຊົນ ຢູ່ບ້ານຫາດງາ ແລະ ທ້າວ ຕຸ້ຍ ອາຍຸ 31 ປີ ປະຊາຊົນ ຢູ່ບ້ານ ຫາດງາໃຕ້ ເມືອງສຳພັນ ແຂວງຜົ້ງສາລີ.
ເຈົ້າໜ້າທີ່ຕຳຫຼວດ ໄດ້ໃຫ້ຮູ້ວ່າ ຜູ້ກະທຳຜິດ ທັງ 3 ຄົນ ໄດ້ນຳເອົາຢາຝິ່ນ ນ້ຳໜັກ 8 ກິໂລກຣາມ ຊຸກເຊື່ອງໃສ່ໄວ້ໃນໝໍ້ ແລ້ວຂັບຂີ່ລົດຈັກ ຈາກແຂວງຜົ້ງສາລີ ເດີນທາງມາ ແຂວງອຸດົມໄຊ ເພື່ອນຳເອົາຢາຝິ່ນຈຳນວນດັ່ງກ່າວ ມາຂາຍໃຫ້ລູກຄ້າ ແຕ່ເຈົ້າໜ້າທີ່ຕຳຫຼວດ ກວດກາພົບເຫັນ ແລະ ໄດ້ຍຶດຢາຝິ່ນຈຳນວນດັ່ງກ່າວ ພ້ອມທັງກັກຕົວພວກກ່ຽວໄວ້ ເພື່ອດຳເນີນຄະດີຕາມກົດໝາຍ.