ຄະນະຊີ້ນຳ ການປ້ອງກັນ ໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ ກວດກາ ການປ້ອງກັນ ຢູ່ຈຸດກໍ່ສ້າງ ແຂວງວຽງຈັນ
ໃນວັນທີ 25 ເມສາ 2017 ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ຜູ້ຊີ້ນຳ-ບັນຊາການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ພ້ອມຄະນະ ໄດ້ເຄື່ອນໄຫວຊີ້ນຳ, ຕິດຕາມ, ກວດກາ ການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຂອງກຳລັງປ້ອງກັນຄວາມສະຫງົບ ຢູ່ຈຸດປ້ອງກັນການກໍ່ສ້າງທາງ ອຸມົງ ຢູເຂດບ້ານ ສົມສະຫວາດ ເມືອງວັງວຽງ, ເຂດບ້ານເສິ່ນ ເມືອງກາສີ ແຂວງວຽງຈັນ ແລະ ຈຸດອື່ນໆ ເພື່ອກວດກາ, ຕິດຕາມ ສະພາບ ແລະ ການຈັດຕັ້ງປ້ອງກັນເວນຍາມຂອງ ກຳລັງປ້ອງກັນຄວາມສະຫງົບ ທີ່ໄດ້ຮັບມອບໝາຍລົງປະຈຳການ ເຮັດໜ້າທີ່ອຳນວຍຄວາມສະດວກ, ຄຸ້ມຄອງການເຄື່ອນໄຫວຂອງກຳມະກອນ, ຕ້ານ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຢູ່ແຕ່ລະຈຸດ ເພຶ່ອຮັບປະກັນ ເຮັດໃຫ້ແຕ່ລະຈຸດການກໍ່ສ້າງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ.
ໃນໂອກາດນີ້ ພົຕ ກົງທອງ ພົງວິຈິດ ຍັງໄດ້ພົບປະໂອ້ລົມ ໃຫ້ທິດຊີ້ນຳ ແລະ ເນັ້ນໜັກຕໍ່ຄະນະບັນຊາ ແລະ ກຳລັງປ້ອງກັນຄວາມສະຫງົບ ຢູ່ແຕ່ລະຈຸດ ໃຫ້ພ້ອມກັນຍົກສູງສະຕິ ຄວາມຮັບຜິດຊອບຕໍ່ໜ້າທີ່, ເປັນເຈົ້າການກວດກາ, ຕິດຕາມ, ກຳແໜ້ນສະພາບການ, ສຸມໃສ່ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້. ພ້ອມທັງຈັດຕັ້ງການປ້ອງກັນເວນຍາມ ເປັນປົກກະຕິ ແລະ ອື່ນໆ ເພື່ອຮັບປະກັນເຮັດໃຫ້ແຕ່ລະຈຸດ ມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ມີຄວາມສະຫງົບ ປອດໄພ 100% .