ກະຊວງ ປກສ ຖະແຫຼງຂ່າວ ຜົນສຳເລັດ ການຢ້ຽມຢາມ ສັນທະວະໄມຕີ ຢູ່ຮາຊະອານາຈັກ ກຳປູເຈຍ
ວັນທີ 2 ພຶດສະພາ 2017 ນີ້ ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການກະຊວງ ປກສ ໄດ້ຖະແຫຼງກ່ຽວກັບຜົນສຳເລັດຂອງຄະນະນຳຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ນຳໂດຍ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ທີ່ເດີນທາງຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມກອງປະຊຸມວ່າດ້ວຍການຮ່ວມມືກັບກະຊວງພາຍໃນ ແຫ່ງຣາຊະອານາຈັກ ກຳປູເຈຍ ລະຫວ່າງວັນທີ 24-28 ເມສາ 2017
ທ່ານໄດ້ກ່າວວ່າ ການຢ້ຽມຢາມສັນທະວະໄມຕີ ຄັ້ງນີ້ ເປັນການຕອບສະໜອງຄຳເຊີນຂອງ ສົມເດັດກຼໍລາຫອມ ຊໍເຄັງ ຮອງນາຍຍົກລັດຖະມົນຕີີ ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ເພື່ອເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2017 ເຊິ່ງທັງສອງຝ່າຍໄດ້ຮ່ວມກັນສະຫຼຸບ ຕີລາຄາ ແລະ ທົບທວນຄືນ ການຮ່ວມມືຈັດຕັ້ງປະຕິບັດ ບົດບັນທຶກການຮ່ວມມືໃນປີ 2016 ຜ່ານມາ ພ້ອມທັງປຶກສາຫາລື ເປັນເອກະພາບ ແລະ ລົງນາມເຊັນບົດບັນທຶກວ່າດ້ວຍການຮ່ວມື ປະຈຳປີ 2017. ເປັນຕົ້ນແມ່ນການສືບຕໍ່ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ການຮ່ວມືປ້ອງກັນສະກັດກັ້ນ ແລະ ປາບປາມການເຄື່ອນໄຫວກໍ່ການຮ້າຍ, ການກໍ່ອາດຊະຍາກຳຂ້າມຊາດ, ຢາເສບຕິດ, ການຄ້າມະນຸດ ແລະ ອື່ນໆ.