ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກຳລັງ ປກສ ແຂວງ ຊຽງຂວາງ ກຽມຄວາມພ້ອມ ຮອບດ້ານ ໃຫ້ແກ່ບັ້ນ ປ້ອງກັນ ງານມະຫາກຳ ກິລາແຫ່ງຊາດ
ໃນວັນທີ 2 ພຶດສາພາ 2017 ນີ້ ພົຕ ສິນທະວົງ ໄຊຍະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ປ້ອງກັນຄວາມສະຫງົບ ແລະ ການກະກຽມຄວາມພ້ອມ ໃຫ້ແກ່ບັ້ນປ້ອງກັນ ງານມະຫາກຳກິລາແຫ່ງຊາດ ຢູ່ທີ່ກອງບັນຊາການ ປກສ ແຂວງຊຽງຂວາງ.
ພັທ ບຸນເລີດ ວງົລຳໄພ ຮອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ລາຍງານສະພາບ ແລະ ການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ, ການຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍສະເພາະການສະກັດກັ້ນ ແກ້ໄຂປະກົດການຫຍໍ້ທໍ້ ໃນໄລຍະ 4 ເດືອນຜ່ານມາ ຂອງປີ 2017 ຂອງ ແຂວງຊຽງຂວາງ ເຊິ່ງມີຄະດີເກີດຂື້ນ 107 ລາຍ ມີຜູ້ກະທຳຜິດ 40 ຄົນ ເຊິ່ງໃນນີ້ ມີຄະດີອາຍາ 81 ລາຍ, ຄະດີຢາເສບຕິດ 22 ລາຍ, ຄະດີອຸປະຕິເຫດ 43 ລາຍ ແລະ ອັກຄີ 5 ລາຍ.
ໂອກາດດຽວກັນ ພົຕ ສິນທະວົງ ໄຊຍະກອນ ກໍ່ໄດ້ຍ້ອງຍໍຊົມເຊີຍ ຜົນສຳເລັດໃນການປະຕິບັດ ໜ້າທີ່ວຽກງານ ຂອງຄະນະບັນຊາແຕ່ລະຂັ້ນ ແລະ ພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບ ກອງບັນຊາການ ປກສ ແຂວງຊຽງຂວາງ ໃນໄລຍະຜ່ານມາ ພ້ອມທັງໃຫ້ທິດຊີ້ນຳ ແລະ ເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ ວຽກງານສຶກສາອົບຮົມການເມືອງນຳພາແນວຄິດ, ການຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫ່ຍເຂັ່ມແຂງ, ກໍ່ສ້າງກຳລັງໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຄວາມຊຳນິຊຳນານ ທາງດ້ານວຽກງານວິຊາສະເພາະ ພ້ອມທັງເປັນເຈົ້າການ ໃນການສະກັດກັ້ນ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ວ່ອງໄວທັນການ ແລະ ນັບມື້ຫຼຸດລົງ, ທັງນີ້ເພື່ອເປັນການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການປ້ອງກັນ ງານມະຫາກຳກິລາແຫ່ງຊາດ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນປີ 2018 ກໍ່ຄືການຮັບປະກັນ ເຮັດໃຫ້ທົ່ວແຂວງຊຽງຂວາງ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ