ກະຊວງ ປກສ ສຳເລັດໂຄງການ ກໍ່ສ້າງອາຄານ ສູນຄຸ້ມຄອງ ອິນເຕີເນັດ
ການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງອາຄານ ສູນຄຸ້ມຄອງອິນເຕີເນັດ ມູນຄ່າ 2 ລ້ານກວ່າ ໂດລາສະຫະລັດ ໂດຍແມ່ນກົມໃຫ່ຍ 502 ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ສິນພະວົງກຣຸບຈຳກັດຜູ້ດຽວ ເປັນຜູ້ຮັບເໜົາກໍ່ສ້າງ ໄດ້ສຳເລັດການກໍ່ສ້າງ ຕາມສັນຍາ 100% ແລະ ໄດ້ຈັດພິທີມອບ-ຮັບ ຢ່າງເປັນທາງການ ໃນວັນທີ 4 ພຶດສະພາ 2017 ນີ້ ໂດຍເປັນກຽດເຂົ້າຮ່ວມຂອງ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍບັນດາຄະນະນຳກະຊວງ, ກົມໃຫ່ຍ, ຕາງໜ້າບໍລິສັດຮັບເໜົາກໍ່ສ້າງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສູນຄຸ້ມຄອງອິນເຕີເນັດ ແມ່ນສູນທີ່ເຮັດໜ້າທີ່ ໃນການຄຸ້ມຄອງບັນຊາ ແລະ ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ ຫຼື ບັນຫາອາຊະຍາກຳທາງ ລະບົບຄອມພິວເຕີ ແລະ ເປັນສູນວຽກງານວິຊາສະເພາະໜື່ງ ທີ່ຂື້ນກັບກົມໃຫ່ຍ 502 ກະຊວງ ປກສ, ສຳລັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ອາຄານຂອງສູນດັ່ງກ່າວ ແມ່ນໄດ້ເລີ່ມແຕ່ປີ 2016 ເປັນຕົ້ນມາ ເຊິ່ງປະກອບດ້ວຍໜ້າວຽກຄື ການຖົມດິນ, ການກໍ່ສ້າງກຳແພງ ແລະ ການກໍ່ສ້າງອາຄານທີ່ມີລະບົບໄຟຟ້າ, ນ້ຳປະປາ, ລະບົບມອດໄຟ, ຫ້ອງປະຈຳການ, ຫ້ອງປະຊຸມ, ຫ້ອງຝຶກອົບຮົມ ແລະ ອື່ນໆ ຢ່າງຄົບຊຸດ ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ 2,848,000 ໂດລາສະຫະລັດ.