ບົດຖະແຫຼງຂ່າວ
ຂອງ ທ່ານ ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ຫົວໜ້າເຈົ້າໜ້າທີ່ອາວຸໂສລາວກ່ຽວກັບຄວາມພ້ອມ ໃນການກະກຽມກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກຳຂ້າມຊາດ ຄັ້ງທີ່ 17 ໃນລະຫວ່າງ ວັນທີ 22-27 ພຶດສະພາ 2017 ທີ່ນະຄອນຫຼວງວຽງຈັນ ສປປ ລາວ
ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກຳຂ້າມຊາດ (SOMTC ) ເປັນກອງປະຊຸມທີ່ສຳຄັນອັນໜື່ງ, ໃນຂອບຂອງເສົາຄ້ຳປະຊາຄົມ-ການເມືອງ ຄວາມໜັ້ນຄົງອາຊຽນ, ເປັນເວທີປຶກສາຫາລືຄົ້ນຄວ້າ ພິຈາລະນາ ແລະ ເປັນເສນາທິການໃນການຄົ້ນຄວ້າ ເອກະສານນິຕິກຳ,ຂໍ້ກຳນົດ ແລະບົດຖະແຫຼງການຮ່ວມຕ່າງໆ ໃຫ້ແກ່ບັນດາກອງປະຊຸມລະດັບລັດຖະມົນຕີ;
ກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ຍັງເປັນກອງປະຊຸມ ເພື່ອພິຈາລະນາຮັບຮອງ ເນື້ອໃນພື້ນຖານ ບັນຫາສຳຄັນຕ່າງໆ ທີ່ນຳສະເໜີຈາກກອງປະຊຸມຄົ້ນຄວ້າຂັ້ນລະດັບ ວິຊາການຂອງບັນດາປະເທດກ່ຽວຂ້ອງ ແລະຄົ້ນຄວ້າພິຈາລະນາ ຮັບຮອງເອົາແຜນປະຈຳປີ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ ລວມທັງແຜນການຮ່ວມມືກັບບັນດາປະເທດຄູ່ເຈລະຈາຕ່າງໆ;
ໃນກອງປະຊຸມຄັ້ງນີ້ ຈະໄດ້ມີການປຶກສາຫາລືກັນໃນ 10 ຂົງເຂດ ປະເພດອາຊະຍາກຳຄື:
- ວຽກງານ ຕ້ານກໍ່ການຮ້າຍ
- ວຽກງານ ຕ້ານການຄ້າຂາຍຢາເສບຕິດ
- ວຽກງານ ຕ້ານການຄ້າມະນຸດ
- ວຽກງານ ຕ້ານການລັກລອບຄ້າອາວຸດຜິດກົດໝາຍ
- ວຽກງານ ຕ້ານອາຊະຍາກຳດ້ານເສດຖະກິດ
- ວຽກງານ ຕ້ານອາຊະຍາກຳທາງຄອມພີວເຕີ
- ວຽກງານ ຕ້ານອາຊະຍາກຳທາງທະເລ
- ວຽກງານ ຕ້ານການຟອກເງີນ
- ວຽກງານ ຕ້ານການຄ້າຂາຍສັດປ່າ ແລະ ໄມ້ທີ່ຜິດກົດໝາຍ
- ວຽກງານ ຕ້ານການລັກລອບເຂົ້າເມືອງທີ່ຜິດກົດໝາຍ
ດ້ານຄວາມພ້ອມໃນການກະກຽມເປັນເຈົ້າພາບ:
- ໄດ້ສຳເລັດການກະກຽມ ຂໍອານຸມັດຈາກຂະແໜງການທີ່ກ່ຽວຂ້ອງ ແລະ ລັດຖະບານ
- ໄດ້ແຕ່ງຕັ້ງຄະນະຮັບຜິດຊອບລວມ ແລະ 06 ອະນຸກຳມະການຄືໃນການກະກຽມຄື:
- ອະນຸກຳມະການ ດ້ານເນື້ອໃນແລະກອງເລຂານຸການ
- ອະນຸກຳມະການ ພິທີການ-ສະຖານທີ່, ປະສານງານ ແລະ ພາຫະນະ
- ອະນຸກຳມະການ ດ້ານເສດຖະກິດ
- ອະນຸກຳມະການ ປ້ອງກັນ
- ອະນຸກຳມະການ ສິນລະປະ ແລະ ສື່ສານມວນຊົນ
- ອະນຸກຳມະການ ດ້ານສາທາລະນະສຸກ
ຕະຫຼອດໄລຍະການກະກຽມຜ່ານ ພວກເຮົາມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກດັ່ງນີ້:
- ຂໍ້ສະດວກ:
- ມີການຊີ້ນຳຈາກຂັ້ນເທີງເປັນປົກກະຕິ, ເປັນຕົ້ນແມ່ນການນຳກະຊວງ ປກສ ແລະ ບັນດາກະຊວງທີ່ກ່ຍວຂ້ອງ.
- ໄດ້ຮັບການຮ່ວມມື ຈາກບັນດາປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ
- ໄດ້ຮັບການຮ່ວມືເປັນຢ່າງດີ ຈາກກົມກອງຂະແໜງການວິຊາສະເພາະທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ກະຊວງການຕ່າງປະເທດ, ກະຊວງການເງີນ, ຫ້ອງວ່າການສຳນັກງານນາຍຍົກລັດຖະມົນຕີ ແລະ ອື່ນໆ
- ມີພະນັກງານ ແລະ ອຸປະກອນຮັບໃຊ້ທີ່ພຽງພໍ.
- ຂໍ້ຫຍຸ້ງຍາກ:
- ມີຄວາມຫຍຸ້ງຍາກ ດ້ານການປະສານງານ ກັບຕ່າງປະເທດ ທີ່ຈະມາເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍ້ອນມີຫຼາຍຂັ້ນຕອນໃນການປະສານງານ ແລະ ມີຫຼາຍພາກສ່ວນຫຼາຍປະເທດສະເໜີເຂົ້າມາຮ່ວມ.
- ມີຄວາມຫຍຸ້ງຍາກໃນການກະກຽມເອກະສານ, ເພາະໄດ້ຜ່ານທັງພາຍໃນ ແລະ ເກັບກຳຂໍ້ມູນຈາກບັນດາປະເທດສະມາຊິກອາຊຽນ ເພື່ອປະກອບເຂົ້າໃນທີ່ປະຊຸມ ເພື່ອຄວາມເປັນເອກະພາບຂັ້ນຕົ້ນ ກ່ອນຈະຮອດວາລະໄຂກອງປະຊຸມເປັນທາງການ.
ສັງລວມແລ້ວທາຮອດປັດຈຸບັນ ການກະກຽມກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຊ້າມຊາດ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຊຶ່ງຈະໄດ້ຈັດຂື້ນໃນລະຫວ່າງວັນທີ 22-27 ພຶດສະພາ 2017 ທີ່ນະຄອນຫຼວງວຽງຈັນນີ້ ຜ່ານການດຳເນີນງານໄປຕາມຂັ້ນຕອນ ແລະ ຜົນຂອງກອງປະຊຸມກວດກາວຽກງານໃນຄັ້ງຫຼ້າສຸດ ວັນທີ 05 ພຶດສະພາ 2017 ເຫັນວ່າ ປະຈຸບັນນີ້ພວກເຮົາຍັງພຽງຈະໄດ້ສືບຕໍ່ກະກຽມເພີ່ມຕື່ມບາງບັນຫາເລັກນ້ອຍເທົ່ານັ້ນ ແລະ ຢືນຢັນວ່າພວກເຮົາມີຄວາມພ້ອມແລ້ວທຸກໆດ້ານ ໃນການເປັນເຈົ້າພາບຈັດກອງປະຊຸມໃນຄັ້ງນີ້ ແລະ ຈະສືບຕໍ່ກະກຽມໃຫ້ດີທີ່ສຸດ ເພື່ອເຮັດໃຫ້ສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທີງ ແລະ ບັນດາປະເທດອາຊຽນ ທີ່ໄດ້ໄວ້ວາງໃຈມອບໝາຍໃຫ້ ສປປ ລາວ ເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້.
ນະໂອກາດນີ້ ໃນນາມຕາງໜ້າຄະນະຮັບຜິດຊອບ ຈິ່ງຂໍຮຽກຮ້ອງມາຍັງພະນັກງານ-ນັກຮົບ ທຸກພາກສ່ວນທີ່ກ່ຽວຂ້ອງ, ຕະຫຼອດປະຊາຊົນຊາວນະຄອນຫຼວງວຽງຈັນ ຈົ່ງສືບຕໍ່ເຂົ້າຮ່ວມເປັນເຈົ້າພາບທີ່ດີນຳກັນ ເພື່ຶອພາລະກິດ ລວມຂອງປະເທດເຈົ້າພາບ, ໃຫ້ໄດ້ຕາມຈຸດປະສົງຄາດໝາຍທຸກປະການ.