ສສຊ ຮັບຮອງເອົາ 2 ກົດໝາຍ ສະບັບປັບປຸງໃໝ່
ການດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ່ 3 ຂອງສະພາແຫ່ງຊາດຊຸດທີ່ 8 ໃນຕອນບ່າຍຂອງວັນທີ 9 ພຶດສະພາ 2017 ນີ້ ໂດຍການເປັນປະທານຂອງ ພົທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການສະເໜີຮ່າງກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ສະປັບປຸງ ພ້ອມທັງໄດ້ຄົ້ນຄວ້າ ພິຈາລະນາ ແລະ ລົງຄະແນນສຽງຮັບຮອງເອົາ ດ້ວຍຄະແນສຽງເຫັນດີສ່ວນຫຼາຍ.
ພົຕ ສິນທະວົງໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ໄດ້ຜ່ານເນື້ອໃນຮ່າງກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 8 ທ່ານໄດ້ກ່າວວ່າ ການປັບປຸງເນື້ອໃນ ຮ່າງກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ເທື່ອນີ້ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ຄວາມເຕີບໃຫ່ຍຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ເພື່ອໃຫ້ສອດຄ່ອງແທດເໜາະກັບສະພາບການຕົວຈິງຂອງສັງຄົມ ພ້ອມທັງສາມາດເຊື່ອມໂຍງພາກພື້ນສາກົນ ແລະ ມີຄວາມເປັນເອກະພາບກັນໃນທົ່ວປະເທດ ເຊິ່ງຮ່າງກົດໝາຍສະບັບນີ້ ປະກອບມີ 9 ພາກ 6 ໝວດ 55 ມາດຕາ.
ຜ່ານການຄົ້ນຄ້ວາ, ພິຈາລະນາ ແລະ ປະກອບຄຳເຫັນຂອງບັນດາ ສະມາຊິກສະພາແຫ່ງຊາດ ຈາກນັ້ນກໍ່ໄດ້ລົງຄະແນນສຽງຮັບຮອງເອົາດ້ວຍຄະແນນສຽງເຫັນດີ 108 ທ່ານ ບໍ່ເຫັນດີ 11 ທ່ານ ແລະ ບໍ່ອອກສຽງ 4 ທ່ານ ໃນຈຳນວນສະມາຊິກສະພາ 123 ທ່ານ.