ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນການ ເພີ່ມທະວີ ວຽກງານ ກວດກາ ໃນກຳລັງ ປກສ ທຸກຂັ້ນ ໃຫ້ໜັກແໜ້ນ ເຂັ້ມແຂງ
ພົຈວ ປອ ສົມຫວັງ ທຳມະສິດ ປະທານ ກວດກາ ພັກກະຊວງ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນໜັກ ໃຫ້ຄະນະພັກ – ຄະນະບັນຊາ ແລະ ຄະນະກວດກາ ທຸກຂັ້ນ ເພີ່ມທະວີ ຄວາມຮັບຜິດຊອບ ຊີ້ນຳ-ນຳພາ ວຽກງານກວດກາ ໃຫ້ໜັກແໜ້ນ ເຂັ້ນແຂງ ໃນໂອກາດ ທີ່ທ່ານເຂົ້າຮ່ວມ ກອງປະຊຸມ ຕີລາຄາການ ເຄື່ອນໄຫວ ວຽກງານ ກວດກາ-ກວດການ ຂອງກະຊວງ ປກສ ປະຈຳປີ 2016 ແລະ ທິດທາງ ແຜນການປີ 2017 ໃນວັນທີ 11 ພຶດສະພາ ນີ້.
ທ່ານຮອງລັດຖະມົນຕີ ໄດ້ກ່າວວ່າ ໃນຊຸມປີຜ່ານມາ ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງຂອງກຳລັງປ້ອງກັນຄວາມສະຫງົບ ມີການປັບປຸງດີຂື້ນ ເປັນຕົ້ນແມ່ນພະນັກງານທີ່ເຮັດວຽກງານດັ່ງກ່າວ ໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດ ແລະ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນການຊຸກຍູ້ວຽກງານຕິດຕາມກວດກາ ໄປພ້ອມກັບການສຶກສາອົບຮົມການເມືອງແນວຄິດ ເຮັດໃຫ້ສະມາຊິກພັກ,ພະນັກງານ-ນັກຮົບຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ,ກົດໝາຍຂອງລັດ,ມີຄວາມຈົ່ງຮັກພັກດີ,ຊື່ສັດບໍລິສຸດຕໍ່ພັກ ຕໍ່ປະເທດຊາດ ແລະ ປະຊາຊົນຊົນ ພ້ອມທັງເປັນເຈົ້າການຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ ແລະ ສໍ້ລາດບັງຫຼວງໃນຖັນແຖວກຳລັງ ປກສ ທີ່ພົ້ນເດັ່ນແມ່ນ ທຸກສະຫາຍໄດ້ສູ້ຊົນປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ຕິດຕາມ, ກວດກາການປະຕິບັດ ແລະ ການລະເມີດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ລະບຽບວິໄນຂອງກຳລັງ ປກສ ກວດກາການປັບປຸງກົນຈັກການຈັດຕັ້ງ, ດຳເນີນການ ແຈ້ງຊັບສິນຂອງນາຍ ແລະ ພົນຕຳຫຼວດທົ່ວປະເທດ ສຳເລັດໂດຍພື້ນຖານ.ນອກນີ້ຍັງໄດ້ຜັນຂະຫຍາຍດຳລັດຂອງລັດຖະບານ ເປັນແຜນການລະອຽດ ຂອງກະຊວງ ກ່ຽວກັບການຕິດຕາມກວດກາບັນດາໂຄງການກໍ່ສ້າງດ້ວຍທຶນຂອງລັດ.
ເຖິງຢ່າງໃດກໍ່ຕາມ ຜ່ານມາເຖິງວ່າມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີຜົນງານຫຼາຍດ້ານ ແຕ່ກໍ່ເຫັນວ່າຍັງມີດ້ານອ່ອນ ຂໍ້ຄົງຄ້າງທີ່ຕິດພັນໂດຍກົງກັບຄວາມຮັບຜິດຊອບ ຂອງຄະນະພັກ-ຄະນະບັນຊາ ແລະ ພະນັກງານກວດກາເປັນຕົ້ນແມ່ນການແກ້ໄຂບັນຫາ ຍັງມີຂໍ້ຈຳກັດຫຼາຍດ້ານ. ແບບແຜນວິທີນຳພາຍັງເກີດມີປະກົດການອາດຍາສິດຫ່າງເຫີນ ແລະ ລະເມີດສິດເປັນເຈົ້າຂອງປະຊາຊົນ, ບັນຫາສຽງວິພາກວິຈານ ຈາກສັງຄົມກ່ຽວກັບການດຳເນີນຄະດີບໍ່ມີຄວາມ ໂປ່ງໃສ, ການຈັບກຸ່ມຄຸມຂັງບໍ່ສອດຄ່ອງກັບກົດໝາຍ, ການສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດ, ລະເມີດກົດໝາຍ ແລະ ການສໍ້ລາດບັງຫຼວງ ທີ່ມີລັກສະນະແກ່ຍາວຫຼາຍປີ ທັງມີທ່າອ່ຽງແຜ່ຫຼາຍ, ມີບາງກໍລະນີ ສະມາຊິກພັກຍັງກ່ຽວຂ້ອງໂດຍກົງ ກັບການຄ້າຂາຍເຖື່ອນ ເຊັ່ນ: ບັນຫາລົດ,ໄມ້,ຢາເສບຕິດ, ຮັບສິນບົນນຳຍາດຜູ້ຖືກຫາ ແລະ ນັກໂທດ ແຕ່ການກວດກາ ຍັງບໍ່ທັນທົ່ວເຖິງ, ບາງບັນຫາຮູ້ແຕ່ຍັງບໍ່ມີວິທີແກ້ໄຂຢ່າງຂາດຕົວ, ຈາກບັນຫາດັ່ງກ່າວ ມັນໄດ້ ເລັ່ງທວງໃຫ້ຄະນະພັກ-ຄະນະບັນຊາ ແລະ ຄະນະກວດກາແຕ່ລະຂັ້ນ ຕ້ອງໄດ້ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຊີ້ນຳ-ນຳພາ ວຽກງານກວດກາ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງ.