ການນຳກະຊວງ ປກສ ຢ້ຽມຢາມກຳລັງ ປກສ ແຂວງອຸດົມໄຊ
ການນຳຂັ້ນສູງ ກະຊວງ ປກສ ນຳໂດຍ ພົຕ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະໄດ້ເດີນທາງໄປ ພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານ ກຳລັງປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ໃນວັນທີ 11 ພຶດສະພາ 2017 ນີ້ ໂດຍການຕ້ອນຮັບຂອງ ພັອ ນິລະວົງ ເຈືອງຕະວະລາດ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ພ້ອມຄະນະ.
ພັອ ນິລະວົງ ເຈືອງຕະວະລາດ ໄດ້ລາຍງານສະພາບການຮອບດ້ານ ເປັນຕົ້ນແມ່ນ ການຊີ້ນຳບັນຊາຂອງ ຄະນະພັກແຕ່ລະຂັ້ນ, ການເຄື່ອນໄຫວວຽກງານແຕ່ລະເຫຼົ່າຮົບວິຊາສະເພາະ, ດ້ານແນວຄິດການເມືອງ, ພື້ນຖານໂຄງລ່າງ, ການພົວພັນຮ່ວມມືກັບພາຍໃນ, ຕ່າງປະເທດ, ການແກ້ໄຂຊີວິດການເປັນຢູ່ຂອງລວມໝູ່ ແລະ ບຸກຄົນ.ພ້ອມກັນນັ້ນກໍ່ໄດ້ລາຍງານສະພາບ ປະກົດການຫຍໍ້ທໍ້ທີ່ເກີດຂື້ນພາຍໃນແຂວງ ໄລຍະຜ່ານມາ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ປຸ້ນຊັບ, ຊິງຊັບ, ການມີອາວຸດເສິກໄວ້ໃນຄອບຄອງ, ການເຂົ້າ-ອອກເມືອງຂອງຄົນລາວ-ຊາວຕ່າງປະເທດ ທີ່ບໍ່ຖືກຕ້ອງ ແລະ ບັນຫາສາສະໜາ.
ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະກອງບັນຊາການ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດທຸກສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນ ເຂັ້ນແຂງ ສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ໃຫ້ສຳເລັດ ຕາມທີ່ໄດ້ຮັບມອບໝາຍ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ສືບຕໍ່ຊອກຮູ້ກຳແໜ້ນ, ຕ້ານສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມໃຫ້ນັບມື້ດີຂື້ນເປັນກ້າວໆ ຫັນເອົາກຳລັງລົງກໍ່ສ້າງຮາກຖານໃຫ້ກວ້າງຂວາງ ເພື່ອປຸກລະດົມຂົນຂວາຍ ປະຊາຊົນໃຫ້ມີສ່ວນຮ່ວມໃນວຽກງານປ້ອງກັນຄວາມສະຫງົບ ເປັນກຳລັງທີ່ໄວ້ເນື້ອເຊື່ອໃຈຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າຕະຫຼອດໄປ.