ເຈົ້າໜ້າທີ່ ຕຳຫຼວດ ແຂວງ ຈຳປາສັກ ຈັບຜູ້ຄ້າຂາຍ ຢາເສບຕິດ ພ້ອມຢາບ້າ 4,000 ກວ່າເມັດ
ໃນວັນທີ 1 ພຶດສະພາ 2017 ນີ້ ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ຈັບເປົ້າໝາຍຄ້າຂາຍຢາບ້າ ໄດ້ 4 ຄົນພ້ອມດ້ວຍຂອງກາງຢາບ້າ 4,324 ເມັດ, ໂທລະສັບ 4 ໜ່ວຍ, ລົດຈັກ 2 ຄັນຢູ່ເຮືອນພັກແຫ່ງໜື່ງ ເຂດບ້ານຫົວແຊ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຜູ້ຕ້ອງຫາທັງ 4 ຄົນ ຄື: ທ້າວ ລຸ້ງ ອາຍຸ 16 ປີ ຢູ່ບ້ານ ດົງດອກໄມ້ ເມືອງໄຊພູທອນ ແຂວງສະຫວັນນະເຂດ; ທ້າວ ຈິມມີ້ ອາຍຸ 18 ປີ ຢູ່ບ້ານ ງົວແດງ , ທ້າວ ນິຍົມ ໄຊຍະລາດ ອາຍຸ 41 ປີ ຢູ່ບ້ານປາກຊອນ ທັງສອງຢູ່ເມືອງ ຊະນະສົມບູນ ແຂວງຈຳປາສັກ ແລະ ທ້າວ ໄຊຍະສິດ (ໂລ້) ອາຍຸ 18 ປີ ຢູ່ບ້ານ ໂພນງາມ ເມືອງປາກເຊ ແຂວງຈຳປາສັກ ມາສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ.
ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ພວກກ່ຽວຮັບສາລະພາບວ່າ ຢາບ້າຈຳນວນດັ່ງກ່າວ ແມ່ນຂອງພວກກ່ຽວແທ້ ໂດຍຮ່ວມກັນເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ຕົ້ນປີ 2017.