ປກສ ແຂວງ ສະຫວັນນະເຂດ ກັກຕົວ ຜູ້ຖືກຫາ ພ້ອມຢາບ້າ 8000 ເມັດ
ວັນທີ 19 ພຶດສະພາ 2017 ນີ້ ເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ມ້າງຄະດີຄ້າຂາຍຢາເສບຕິດ ຢູ່ເຂດ ບ້ານ ນາຄຳນົນ ເມືອງສອງຄອນ ແຂວງສະຫວັນນະເຂດ ສາມາດຍຶດຢາບ້າໄດ້ 4 ມັດ ເທົ່າກັບ 8000 ເມັດ ພ້ອມທັງກັກຕົວພວກຄ້າຂາຍ ຢາເສບຕິດ ໄດ້ 3 ຄົນ ຄື: ທ້າວ ສອງປານທອງ ອາຍຸ 35 ປີ ຢູ່ບ້ານນາຄູນ, ທ້າວ ສົມຄິດ ສຸກກະເສີມ (ຄິດ) ອາຍຸ 47 ປີ ຢູ່ບ້ານ ແກງຫີນແກ້ວ ແລະ ທ້າວ ຈັນທະວີໄຊ (ອອດ) ອາຍຸ 40 ປີ ຢູ່ບ້ານ ຈອມເພັດ ທັງສາມຄົນຢູ່ ເມືອງ ສອງຄອນ ແຂວງສະຫວັນນະເຂດ.
ປະຈຸບັນ ລາຍຄະດີດັ່ງກ່າວ ພວມຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອຫາທີ່ມາຂອງຢາເສບຕິດ ແລະ ຫາກຸ່ມແກ້ງຮ່ວມຂະບວນການ.