ສຳເລັດ ກອງປະຊຸມ ເຈົ້າໜ້າທີ່ ອາວຸດໂສ ອາຊຽນ ວ່າດ້ວຍ ອາຊະຍາກຳ ຂ້າມຊາດ ຄັ້ງທີ 17 ແລະ ກອງປະຊຸມ ອື່ນທີ່ກ່ຽວຂ້ອງ
ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ສຳເລັດການ ເປັນເຈົ້າພາບ ຈັດກອງປະຊຸມ ເຈົ້າໜ້າທີ່ອາວຸດໂສ ອາຊຽນ ວ່າດ້ວຍ ອາຊະຍາກຳ ຂ້າມຊາດ ຄັ້ງທີ 17 ແລະ ກອງປະຊຸມ ອື່ນໆທີ່ກ່ຽວຂ້ອງ ໃນວັນທີ 27 ພຶດສະພາ 2017 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນ ປະທານ ຂອງພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າ ຫ້ອງວ່າການ ກະຊວງ ປກສ ລາວ ຫົວໜ້າ ເຈົ້າໜ້າທີ່ອາວຸດໂສ ອາຊຽນ ວ່າດ້ວຍ ການຕ້ານອາຊະຍາກຳ ຂ້າມຊາດ ຄັ້ງທີ 17 ມີບັນດາຜູ້ແທນ ຈາກປະເທດ ສະມາຊິກ ອາຊຽນ, ຕາງໜ້າ ກອງເລຂາອາຊຽນ ແລະ ບັນດາ ປະເທດຈາກ ປະເທດຄູ່ເຈລະຈາເຂົ້າຮ່ວມ.
ທ່ານ ພົຈວ ສີສະຫວາດ ແກ້ວມາລາວົງ ໄດ້ກ່າວວ່າ ກອງປະຊຸມດັ່ງກ່າວ ໄດ້ທົບທວນຄືນຜົນການຈັດຕັ້ງ ປະຕິບັດບັນດາແຜນການ, ໂຄງການ ແລະ ຂໍ້ຕົກລົງຕ່າງໆ ຂອງກອງປະຊຸມຄັ້ງທີ່ຜ່ານມາ ແລະ ປຶກສາຫາລືກ່ຽວກັບ ທິດທາງແຜນການຮ່ວມມືຕໍ່ໜ້າ ເພື່ອຕ້ານອາຊະຍາກຳຂ້າມຊາດ ເຊິ່ງປະກອບມີ 10 ຂົງເຂດອາຊະຍາກຳ ຄື: ການຄ້າຂາຍຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການລັກລອບຄ້າອາວຸດ, ອາຊະຍາກຳທາງດ້ານເສດຖະກິດ, ການປອມແປງເອກະສານ ແລະ ການເຂົ້າເມືອງຜິດກົດໝາຍ, ອາຊະຍາກຳທາງຄອມພີວເຕີ, ການໂຈລະກຳທາງທະເລ, ການຟອກເງີນ, ການຄ້າຂາຍສັດປ່າ ແລະ ໄມ້ທີ່ຫວງຫ້າມ.
ກອງປະຊຸມໃນຄັ້ງນີ້ປະກອບມີ 17 ກອງປະຊຸມຍ່ອຍ ແລະ ແຕ່ລະກອງປະຊຸມແມ່ນໄດ້ດຳເນີນໄປຕາມລາວະການ ໄດ້ຮັບຮອງເອົາແຜນວຽກ, ໂຄງການ ແລະ ວິທີການຈັດຕັ້ງປະຕິບັດ ການຕ້ານອາຊະຍາກຳຂ້າມຊາດໃນປີຕໍ່ໄປ, ໄດ້ປຶກສາຫາລືເປັນເອກະພາບຫຼາຍບັນຫາ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍອາຊະຍາກຳຂ້າມຊາດ ຄັ້ງທີ 11 ທີ່ຈະຈັດຂື້ນຢູ່ປະເທດຟິລິບປິນ ໃນເດືອນ ກັນຍາ 2017 ນີ້.
ນອກນີ້, ກອງປະຊຸມເຈົ້າໜ້າທີ່ອາວຸດໂສອາຊຽນ ວ່າດ້ວຍອາຊະຍາກຳຂ້າມຊາດ ຄັ້ງທີ 17 ແລະ ກອງປະຊຸມອື່ນໆກ່ຽວຂ້ອງ ຍັງເປັນການປະກອບສ່ວນສ້າງຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື້ອໃຈເຊິ່ງກັນ ແລະ ກັນຫຼາຍຂື້ນ ລະຫວ່າງບັນດາປະເທດສະມາຊິກອາຊຽນດ້ວຍກັນ ແລະ ລະຫວ່າງອາຊຽນກັບບັນດາປະເທດຄູ່ເຈລະຈາ ເພື່ອຮັບປະກັນຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແນ່ໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບສູງຂື້ນ.
ຄຽງຄູ່ກັບຜົນສຳເລັດທາງດ້ານພິທີການ, ທາງດ້ານວຽກງານປ້ອງກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມສະຖານທີ່ພັກ, ການເຄື່ອນໄຫວ, ການເດີນທາງຂອງບັນດາຜູ້ແທນ ແລະ ສະຖານທີ່ຈັດກອງປະຊຸມ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ທີ່ປະຈຳຢູ່ຈຸດຕ່າງໆ ແມ່ນປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດ ຊອບສູງ ສາມາດຮັບປະກັນຄວາມສະຫງົບປອດໄພໄດ້ 100%