ເຈົ້າໜ້າທີ່ ປກສ ແຂວງ ອຸດົມໄຊ ມ້າງລາຍ ຄະດີ ຄ້າຂາຍຢາ ເສບຕິດ ພ້ອມດ້ວຍ ຂອງກາງ ຢາບ້າ 78 ມັດ ແລະ ເຮໂລອິນ 30 ແທ່ງ
ໃນວັນທີ 1 ມິຖຸນາ 2017 ນີ້ ເຈົ້າໜ້າທີ່ ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ມ້າງກຸ່ມແກ້ງ ຄ້າຂາຍ ຢາເສບຕິດ ຢູ່ຫ້ອງເຊົ່າ ແຫ່ງໜື່ງ ຢູ່ບ້ານ ໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ຢຶດຢາເສບຕິດ ປະເພດ ເຮໂລອິນ ຈຳນວນ 30 ແທ່ງ ນ້ຳໜັກ 11,5 ກິໂລກະລາມ ຢາບ້າຈຳນວນ 78 ມັດ ແລະ 48 ເມັດ ນ້ຳໜັກ 19 ກິໂລກະລາມ ລົດກະບະ ອີຊຸຊຸກິ ດີແມັກ 1 ຄັນ ແລະ ເງີນກີບ 35,000,000 ກີບ ແລະ ໂທລະສັບມືຖື 2 ໜ່ວຍ.ສາມາດຈັບຜູ້ຕ້ອງຫາໄດ້ 2 ຄົນ ຄື ທ້າວ ຫວາເມັງ ອາຍຸ 33 ປີ ຢູ່ບ້ານ ສວນຢາ ເມືອງ ແລະ ແຂວງຫຼວງນ້ຳທາ ແລະ ທ້າວ ຮືຈີຢາງ ອາຍຸ 29 ປີ ຢູ່ບ້ານໄຊອຸດົມ ແຂວງບໍ່ແກ້ວ.
ຜ່ານການສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ທັງສອງຮັບສາລະພາບວ່າ ເຮໂລອິນ ແລະ ຢາບ້າ ແມ່ນຂອງພວກກ່ຽວແທ້ ເຊິ່ງຢາຈຳນວນດັ່ງກ່າວແມ່ນ ໄດ້ຮັບຈາກເຄືອຄ່າຍກຽມສົ່ງໄປຂາຍຕໍ່ ແຕ່ສຸດທ້າຍຖືກເຈົ້າໜ້າທີ່ຈັບໄດ້ກ່ອນ.
ຕໍ່ລາຍຄະດີດັ່ງກ່າວ ເຈົ້າໜ້າທີ່ແມ່ນພວມເລັງສືບສວນ-ສອບສວນ ຂະຫຍາຍຜົນຫາຂະບວນການ ຄ້າຂາຍຢາເສບຕິດຕໍ່ໄປ