ເຈົ້າໜ້າທີ່ ໜ່ວຍສະເພາະກິດ ປະຈຳດ່ານ ນ້ຳເກິ່ງ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ກວດຄົ້ນລົດ ໂດຍສານ ປະຈຳທາງ ພົບເຫັນ ຢາບ້າ 23 ມັດ
ໃນເວລາ ປະມານ 10:00 ໂມງເຊົ້າ ຂອງວັນທີ 20 ມິຖຸນາ 2017 ນີ້ ເຈົ້າໜ້າທີ່ ໜ່ວຍສະເພາະກິດ ປະຈຳດ່ານ ນ້ຳເກິ່ງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ກວດຄົ້ນລົດ ໂດຍສານ ປະຈຳທາງ ເມືອງຕົ້ນເຜິ້ງ – ຫ້ວຍຊາຍ ໄດ້ພົບເຫັນຢາບ້າ ຈຳນວນ 23 ມັດ ຊຸກເຊື່ອງ ຢູ່ໃນກະເປົ່າເດີນທາງ ຂອງທ້າວ ຊໍລີ ຢູ່ເຂດ ບ້ານດອຍແດງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ດັ່ງນັ້ນ, ເຈົ້າໜ້າທີ່ຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງບໍ່ແກ້ວ ຈຶ່ງໄດ້ກັກຕົວຜູ້ກ່ຽວມາທຳການສືບສວນ-ສອບສວນ ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ ຜູ້ກ່ຽວໄດ້ຮັບສາລະພາບວ່າ ຢາບ້າຈຳນວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້ ພ້ອມກັບອ້າຍຊື່ ທ້າວລີ ຢູ່ເມືອງຊຳເໜືອ ແຂວງຫົວພັນ ເຊິ່ງໄດ້ຊື້ມາແຕ່ບ້ານ ພຽງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈຳນວນ 23 ມັດ ເທົ່າກັບ 46.000 ເມັດ ໃນລາຄາ ມັດລະ 28.000 ບາດ ເພື່ອຈະນຳໄປສົ່ງໃຫ້ລູກຄ້າທີ່ລໍຖ້າຢູ່ເຂດເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນລາຄາມັດລະ 30.000 ບາດ ແຕ່ຖືກເຈົ້າໜ້າທີ່ຕຳຫຼວດກັກຕົວໄດ້ກ່ອນ ສ່ວນທ້າວ ລີ ແມ່ນໄດ້ເອົາຕົວຫຼົບໜີ.
ປັດຈຸບັນເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ຽວ ພ້ອມດ້ວຍຂອງກາງ ເພື່ອທຳຫານສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງຄ້າຂາຍຢາເສບຕິດລາຍນີ້ ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.