ສານປະຊາຊົນ ຂັ້ນຕົ້ນ ແຂວງອຸດົມໄຊ ຕັດສິນ ປະຫານຊີວິດ 2 ຜູ້ກະທຳຜິດ ໃນສະຖານ ຄ້າຂາຍ ຢາເສບຕິດ
ໃນວັນທີ 19 ມິຖຸນາ 2017 ນີ້ ສານປະຊາຊົນ ຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ຕັດສິນລົງໂທດ ປະຫານຊີວິດ 2 ຜູ້ກະທຳຜິດ ໃນສະຖານຄ້າຂາຍ, ຂົນສົ່ງ ແລະ ມີຢາເສບຕິດ ປະເພດ ຢາບ້າ 873 ມັດ ນ້ຳໜັກ 194 ກິໂລກຣາມ ແລະ ເຮໂລອິນ 99 ແທ່ງ ນ້ຳໜັກ 37 ກິໂລກຣາມ ໄວ້ໃນຄອບຄອງ.
ຜູ້ກະທຳຜິດ ທີ່ຖືກສານຕັດສິນ ລົງໂທດປະຫານຊີວິດ ຄັ້ງນີ້ ມີທ້າວ ຊາຍຄອນ ອາຍຸ 28 ປີ ປະຊາຊົນ ຢູ່ບ້ານ ຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແລະ ທ້າວເພັດມະນີ ອາຍຸ 28 ປີ ປະຊາຊົນ ຢູ່ບ້ານ ໃຫ່ຍຕົ້ນເຜິ້ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງໄດ້ຖືກເຈົ້າໜ້າທີ່ ຕຳຫຼວດ ແຂວງອຸດົມໄຊ ກັກຕົວດຳເນີນຄະດີ ໃນໄລຍະເດືອນ ກໍລະກົດ 2014.
ຜ່ານການຄົ້ນຄວ້າ ພິຈາລະນາ ຕາມຄຳສາລະພາບ ຂອງຜູ້ກະທຳຜິດ ທັງ 2 ຄົນ ໃນສຳນວນຄະດີ, ການໄຕ່ສວນຂອງຄະນະສານອາຍາ ແລະ ຄຳຖະແຫຼງສັ່ງຟ້ອງ ຂອງອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ເຫັນວ່າ ທ້າວຊາຍຄອນ ແລະ ທ້າວເພັດມະນີ ແມ່ນມີຄວາມຜິດແທ້ ໂດຍມີຂໍ້ມູນຫຼັກຖານຄົບຖ້ວນ ຕາມ 4 ອົງປະກອບຂອງການ ກະທຳຜິດ ທີ່ໄດ້ກຳນົດໄວ້ຢູ່ໃນກົດໝາຍອາຍາ ແລະ ມີຄວາມຜິດຕາມ ມາດຕາ 146 ຂອງກົດໝາຍອາຍາ ຄື ຂໍ້ 1 ວັກ 4 ຖ້າບຸກຄົນໃດຫາກຜະລິດ, ຄ້າຂາຍ ຫຼື ມີໄວ້ຄອບຄອງ, ນ້ຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳເຮໂລອິນ ຜ່ານ ສປປ ລາວ ເກີນກວ່າ ຫ້າຮ້ອຍກຣາມ ຈະຖືກລົງໂທດປະຫານຊີວິດ ແລະ ຂໍ້ 2 ວັກ 4 ເຊິ່ງໄດ້ກຳນົດໄວ້ວ່າ ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ມີໄວ້ຄອບຄອງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຢາບ້າ ຜ່ານ ສ ປປ ລາວ ເກີນກວ່າ ສາມກິໂລກຣາມ ຈະຖືກປະຫານຊີວິດ.
ດັ່ງນັ້ນ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຈຶ່ງໄດ້ຕັດສິນລົງໂທດ ໃຫ້ປະຫານຊີວິດ ທ້າວ ຊາຍຄອນ ແລະ ທ້າວ ເພັດມະນີ ພ້ອມທັງຮັບວັດຖຸຊັບສິນທີ່ກ່ຽວຂ້ອງກັບການກະທຳຜິດ ເຂົ້າເປັນຂອງລັດ ຄື ມີເງີນກີບ 5 ລ້ານກີບ, ເງີນບາດ 4.500 ບາດ ແລະ ລົດໃຫ່ຍ 1 ຄັນ.