ຕາງໜ້າ ຄະນະປະສານງານ ເງີນກູ້ ປະເທດ ຮົງກາລີ ເຂົ້າຢ້ຽມ ຂ່ຳນັບ ຮອງ ລັດຖະມົນຕີ ປກສ
ໃນທ້າຍອາທິດຜ່ານມາ, ທີ່ກະຊວງ ປກສ ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ໂກວາສ ລາສໂລ ຜູ້ຕ່າງໜ້າ ຄະນະປະສານງານ ເງີນກູ້ຂອງປະເທດ ຮົງກາລີ ພ້ອມຄະນະ ເພື່ອລາຍງານ ກ່ຽວກັບ ການພົວພັນ ຮ່ວມມື ລະຫວ່າງ ຄະນະ ປະສານງານ ເງີນກູ້ ກັບ ກະຊວງປ້ອງກັນຄວາມສະຫງົບ.
ໃນໂອກາດດັ່ງກ່າວ ທ່ານ ໂກວາສ ລາສໂລ ກໍ່ໄດ້ສະແດງ ຄວາມຂອບໃຈຕໍ່ ທ່ານ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄວາມສະດວກ ໃນທຸກດ້ານ ແລະ ໄດ້ລາຍງານກ່ຽວກັບ ການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໂດຍສະເພາະແມ່ນເນື້ອໃນທີ່ກະກຽມໃນການເຊັນສັນຍາເງີນກູ້ທີ່ບໍ່ມີດອກເບ້ຍ ຈາກປະເທດຮົງກາລີ ໂດຍຫບໍ້ ແລະ ທັງສອງຝ່າຍ ກໍ່ໄດ້ແລກປ່ຽນບົດຮຽນນຳກັນ ເພື່ອສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຕໍ່ໜ້າ.
ໂອກາດນີ້, ພົຕ ກົງທອງ ພົງວິຈິດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ ທ່ານ ໂກວາສ ລາສໂລ ພ້ອມຄະນະ ທີ່ໄດ້ເດີນທາງມາເຮັດວຽກຮ່ວມກັບ ກະຊວງ ປກສ ສປປ ລາວ ເຊິ່ງເປັນການເສີມຂະຫຍາຍ ສາຍພົວພັນຮ່ວມມືລະຫວ່າງ ປະເທດລາວ-ຮົງກາລີ ທີ່ມີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ.