ແຂວງ ບໍ່ແກ້ວ ຈູດທຳລາຍ ຢາບ້າ 400,000 ກວ່າເມັດ
ໃນວັນທີ 26 ມິຖຸນາ 2017 ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຈັດພິທີ ຈູດທຳລາຍ ຢາເສບຕິດ ເນື່ອງໃນໂອກາດ ວັນຕ້ານຢາເສບຕິດ ສາກົນ 26 ມິຖຸນາ ໂດຍມີການນຳ ຂອງແຂວງ ພ້ອມດ້ວຍຄະນະພັກ – ຄະນະບັນຊາ ກຳລັງ ປກຊ-ປກສ ແລະ ພະນັກງານທີ່ກ່ຽວຂ້ອງ ອ້ອມຂ້າງແຂວງ ເຂົ້າຮ່ວມ.
ພັອ ລຳໄພ ຍົດປະໄພ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຢາເສບຕິດທີ່ນຳມາຈູດທຳລາຍໃນຄັ້ງນີ້ ມີຫຼາຍລາຍການ ໃນນີ້ມີຢາບ້າ ຈຳນວນ 428,000 ເມັດ ນ້ຳໜັກ 42 ກິໂລກຼາມ, ເຮໂລອິນ 20 ແທ່ງ ນ້ຳໜັກ 7,719 ກິໂລກຼາມ, ຢາໄອສ 2 ຖົງ ນ້ຳໜັກ 9.5 ກຼາມ, ຝຸ່ນແປ້ງ 20 ເປົາ ນ້ຳໜັກ 500 ກິໂລກຼາມ ຢາເສບຕິດ ຈຳນວນດັ່ງກ່າວ ແມ່ນໃນໄລຍະຄະດີທີ່ແກ້ໄຂໄດ້ ທັງໝົດ ມີ 83 ເລື່ອງ, ມີຜູ້ຖືກຫາຕັດສິນລົງໂທດ 95 ຄົນ, ຍິງ 7 ຄົນ, ໃນນັ້ນມີຄົນຕ່າງປະເທດ 8 ຄົນ ເຊິ່ງເຈົ້າໜ້າທີ່ຕຳຫຼວດໄດ້ເກັບກູ້ ແລະ ຍຶດໄດ້ຈາກການປະຕິບັດໜ້າທີ່ ໃນ 1 ປີຜ່ານມາ ຢາເສບຕິດ ທີ່ນຳມາຈູດທຳລາຍໃນຄັ້ງນີ້ ນອກຈາກຈະເປັນສິ່ງທີ່ຜິດກົດໝາຍແລ້ວ ຍັງເປັນສິ່ງທີ່ເປັນໄພອັນຕະລາຍ ແລະ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ທີ່ສົ່ງຜົນກະທົບຕໍ່ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.