ຈັບຜູ້ ຄ້າຂາຍ ຢາເສບຕິດ ໄດ້ 2 ຄົນ ຂອງກາງ ຢາບ້າ 10 ພັນ ກວ່າເມັດ
ໃນວັນທີ 31 ພຶດສະພາ 2017 ນີ້ ເຈົ້າໜ້າທີ່ຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ໄດ້ຈັບຕົວ ຜູ້ຄ້າຂາຍ ຢາເສບຕິດ ໄດ້ 1 ຄົນ ພ້ອມຂອງກາ ງຢາເສບຕິດ ປະເພດ ຢາບ້າ 8,600 ເມັດ ຜູ້ຕ້ອງຫາ ຊື່ ນາງ ດຳ ອາຍຸ 20 ປີ ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ ໄດ້ຄ້າຂາຍຢາເສບຕິດຮ່ວມກັບ ນາງ ໜຸ້ຍ ອາຍຸ 40 ປີ ຢູ່ບ້ານອຸດົມສຸກ ເມືອງສະໜາມໄຊ ແຂວງອັດຕະປື ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງຂະຫຍາຍຜົນ ແລ້ວທຳການຈັບກຸມຜູ້ຕ້ອງຫາ ທີ່ຮ່ວມຂະບວນການ ໃນວັນທີ 9 ມິຖຸນາ 2017 ພ້ອມຂອງກາງ 2,340 ເມັດ.
ພວກກ່ຽວທັງສອງ ໄດ້ຮັບສາລະພາບວ່າ ຂອງກາງຢາບ້າຈຳນວນ 10,940 ເມັດ ແມ່ນຂອງຕົນແທ້ ເຊິ່ງໄດ້ຮ່ວມກັນຄ້າຂາຍ, ຈຳໜ່າຍ ໃຫ້ໄວລຸ້ນ ພາຍໃນບ້ານ ແລະ ບ້ານໃກ້ຄຽງ ເຊິ່ງໄດ້ເລິ່ມຄ້າຂາຍ ຮ່ວມກັນ ໃນຕົ້ນປີ 2017 ສຸດທ້າຍ ຖືກເຈົ້າໜ້າທີ່ ຕຳຫຼວດ ປກສ ແຂວງອັດຕະປື ຈັບໄດ້ ຄະດີດັ່ງກ່າວ ເຈົ້າໜ້າທີ່ພວມເລັ່ງ ປະກອບສຳນວນ ຄະດີສົ່ງ ໄອຍະການສັ່ງຟ້ອງ ສານຕັດສິນ ຕາມລະບຽບກົດໝາຍ ບ້ານເມືອງຕໍ່ໄປ.