ເຈົ້າໜ້າທີ່ ຕຳຫຼວດ ກົມຕຳຫຼວດ ສະກັດກັ້ນ ແລະ ຕ້ານ ຢາເສບຕິດ ຍຶດຢາບ້າ ໄດ້ ຈຳນວນ 27 ມັດ, ນ້ຳໜັກ 6.8 ກິໂລກຣາມ
ວັນທີ 1 ກໍລະກົດ 2017 ເຈົ້າໜ້າທີ່ ກົມຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫ່ຍ ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ມ້າງຄະດີຄ້າ-ຂາຍຢາເສບຕິດ ຢູ່ບ້ານພັກ ແຫ່ງໜື່ງ ເຂດບ້ານ ໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດ ຈັບຜູ້ຕ້ອງຫາໄດ້ 4 ຄົນ ພ້ອມດ້ວຍຍຶດຂອງກາງຢາເສບຕິດ ປະເພດຢາບ້າ 27 ມັດ, ນ້ຳໜັກ 6.8 ກິໂລກຣາມ, ໂທລະສັບມືຖື 6 ໜ່ວຍ, ເງີນຈຳນວນໜຶ່ງ ແລະ ລົດໃຫ່ຍ 1 ຄັນ, ຜູ້ຖືກຫາໄດ້ 04 ຄົນ, ທ້າວ ໄມແອ່ນ ອາຍຸ 27 ປີ ປະຊາຊົນຢູ່ບ້ານ ຊຽງກົກໃໝ່ ເມືອງລອງ ແຂວງຫຼວງນ້ຳທາ, ທ້າວ ໄມຫຼ້າ ອາຍຸ 30 ປີ ປະຊາຊົນ ຢູ່ບ້ານ ຊຽງລາບ ເມືອງທ່າຂີ້ເຫຼັກ ແຂວງ ຊຽງຕຸງ ປະເທດມຽນມາ, ນາງ ທຳມາ ອາຍຸ 43 ປີ ກຳມະກອນ ຢູ່ບ້ານໜອງທາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ນາງ ອ່ອນ ອາຍຸ 28 ປີ ປະຊາຊົນ ຢູ່ບ້ານ ຊຽງລາບ ເມືອງທ່າຂີ້ເຫຼັກ ແຂວງ ຊຽງຕຸງ ປະເທດມຽນມາ.
ຜ່ານການສືບສວນ – ສອບສວນ ຂອງເຈົ້າໜ້າທີ່ ພວກກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ຢາບ້າຈຳນວນ 27 ມັດ, ນ້ຳໜັກ 6.8 ກິໂລກຣາມ, ທີ່ເຈົ້າໜ້າທີ່ຍຶດໄດ້ ແມ່ນຂອງພວກກ່ຽວແທ້, ຊຶ່ງພວກກ່ຽວໄດ້ຊື້ມາຈາກ (ຊາຍບໍ່ຮູ້ຊື່ ທີ່ຢູ່) ແລ້ວຈະນຳມາໃຫ້ເຖົ້າແກ່ບໍ່ຮູ້ຊື່ຢູ່ທີ່ຈຸດນັດໝາຍກັນ, ແຕ່ບໍ່ທັນໄດ້ຂາຍເທື່ອກໍ່ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ, ປະຈຸບັນພວກກ່ຽວຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂະຫຍາຍຜົນຫາເຄືອຂ່າຍ, ກຸ່ມແກ້ງ ຜູ້ເປັນຫົວໂປ່ງໂຕການ ເພື່ອຈັບຕົວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.