ກອງປະຊຸມ ຮ່ວມມື ຮັກສາ ຄວາມສະຫງົບ ລະຫວ່າງ ລາວ-ຫວຽດນາມ
ກອງປະຊຸມຮ່ວມມື ຮັກສາຄວາມສະຫງົບ ລາວ-ຫວຽດນາມ ຄັ້ງທີ່ 8 ໄດ້ຈັດຂື້ນໃນວັນທີ 30 ມິຖຸນາ 2017 ທີ່ໂຮງແຮມ ຄາວພຣາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ພົທ ບຸ່ຍ ວັນນາມ ຮອງລັດຖະມົນຕີ ກະຊວງຕຳຫຼວດ ສສ ຫວຽດນາມ ມີຫົວໜ້າກົມໃຫ່ຍສັນຕິບານ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດ ສສ ຫວຽດນາມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
ພົຕ ກົງທອງ ພົງວິຈິດ ກ່າວວ່າ:ກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນຕີລາຄາ ຖອດຖອນບົດຮຽນ ທີ່ໄດ້ຮ່ວມມືກັນ ໃນໄລຍະຜ່ານມາ ດ້ານວຽກງານຮັກສາຄວາມສະຫງົບ ຂອງສອງປະເທດລາວ-ຫວຽດນາມ ເວົ້າສະເພາະກໍ່ແມ່ນກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດ ສສ ຫວຽດນາມ ເປັນຕົ້ນກໍ່ແມ່ນວຽກງານວິຊາສະເພາະລະຫວ່າງ ກົມໃຫ່ຍສັນຕິບານ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກົມໃຫ່ຍ ປກສ ກະຊວງຕຳຫຼວດ ສສ ຫວຽດນາມ ໃນໄລຍະ 1 ປີ ຜ່ານມາ ເພື່ອພ້ອມກັນຕີລາຄາຄືນເຖິງຜົນງານ, ຈຸດຄົງຄ້າງ ທີ່ຈະໄດ້ແກ້ໄຂຮ່ວມກັນໃນຕໍ່ໜ້າ.
ກອງປະຊຸມໃນຄັ້ງນີ້ ທັງສອງຝ່າຍຍັງໄດ້ເຊັນບົດບັນທຶກ ກອງປະຊຸມຮ່ວມມື ຮັກສາຄວາມສະຫງົບ ລະຫວລາວ-ຫວຽດນາມ ຄັ້ງທີ່ 8 ຕາງໜ້າຝ່າຍລາວ ໂດຍແມ່ນ ທ່ານ ພົຈວ ບຸນມີ ແສງຄຳຢອງ ຫົວໜ້າກົມໃຫ່ຍສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຝ່າຍຫວຽດນາມ ໂດຍແມ່ນທ່ານ ພົຕ ຫງວຽນ ຈີ່ ແທ໋ງ ຫົວໜ້າກົມໃຫ່ຍ ປກສ ກະຊວງຕຳຫຼວດ ສສ ຫວຽດນາມ ເພື່ອຈະໄດ້ຮ່ວມກັນສືບຕໍ່ ປະຕິບັດວຽກງານຮັກສາຄວາມສະຫງົບຮ່ວມກັນໃນຕໍ່ໜ້າ.