ຈັບຍິງ 2 ຄົນ ຂົນ ຢາເສບຕິດ ປະເພດ ເຮໂລອິນ 10 ແທ່ງ
ໃນວັນທີ 5 ກໍລະກົດ 2017 ນີ້ ເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ຈະມີການຂົນສົ່ງ ຢາເສບຕິດ ທາງລົດແທກຊີ ຈາກເມືອງຊຳເໜືອ ແຂວງຫົວພັນ ໄປຫາ ແຂວງຊຽງຂວາງ.
ດັ່ງນັ້ນເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຈຶ່ງປະສານສົມທົບ ກັບເຈົ້າໜ້າທີ່ພະ ແນກຕຳຫຼວດຈະລາຈອນ ແຂວງຫົວພັນ ຕັ້ງດ່ານກວດກາ ຢູ່ເສັ້ນທາງ ບ້ານກາງ ເມືອງຊຳເໜືອ ແຂວງຫົວພັນ ເມື່ອລົດແທກຊີ ທີ່ເປັນເປົ້າໝາຍມາຮອດ ເຈົ້າໜ້າທີ່ຈຶ່ງທຳການກວດລົດ ພົບເຫັນຢາເສບຕິດ ປະເພດເຮໂລອິນ ຈຳນວນ 10 ແທ່ງ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ຕ້ອງຫາ 2 ຄົນ ທີ່ໂດຍສານມານຳລົດຄັນດັ່ງກ່າວ ຜູ້ຕ້ອງຫາທັງສອງ ຄື ນາງ ຮົ້ວກື້ ອາຍຸ 30 ປີ ຢູ່ບ້ານນາຊູ ເມືອງແປກ ແຂວງຊຽງຂວາງ ແລະ ນາງ ເຈຍຟາງ ອາຍຸ 32 ປີ ຢູ່ບ້ານຫ້ວຍຮຽງ ເມືອງສົບເບົາ ແຂວງຫົວພັນ .
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວທັງສອງ ສາລະພາບວ່າ ເຮໂລອິນ ຈຳນວນ 10 ແທ່ງ ແມ່ນຂອງພວກກ່ຽວແທ້ ໂດຍໄດ້ຮ່ວມກັນຊື້ນຳຂະບວນດຽວກັນ ຢູ່ເມືອງຊຳເໜືອ ແລະ ກຳລັງລຳລຽງສົ່ງໄປ ແຂວງຊຽງຂວາງ ແຕ່ຖືກເຈົ້າໜ້າທີ່ຈັບໄດ້ກ່ອນ ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ພວມເລັງທຳການ ສືບສວນ-ສອບສວນ ເພື່ອຊອກຫາກຸ່ມຮ່ວມຂະບວນການຕໍ່ໄປ.