ກະຊວງ ປ້ອງກັນ ຄວາມສະຫງົບ ໄດ້ຈັດຕັ້ງ ປາຖະ ກະຖາ ວັນເຊັນ ສົນທິ ສັນຍາ ມິດຕະ ພາບ – ການຮ່ວມື ພິເສດ ຮອບດ້ານ ຄົບ ຮອບ 40 ປີ ແລະ ວັນ ສ້າງຕັ້ງ ສາຍພົວ ພັນ ການທູດລາວ – ຫວຽດນາມ ຄົບຮອບ 55 ປີ
ໃນວັນທີ 19 ກໍລະກົດ 2017 ນີ້ ໂດຍການ ເຜີຍແຜ່ ຂອງ ພົຕ ສິນທະວົງ ໄຊຍະກອນ ກຳມະການ ສູນກາງພັກ ຮອງລັດ ຖະມົນຕີ ກະຊວງ ປ້ອງກັນ ຄວາມສະຫງົບ ມີຄະນະ ພັກ – ຄະນະ ບັນຊາ ກົມໃຫ່ຍ, ຫ້ອງວ່າ ການ, ກອງບັນຊາການ, ວິທະຍາຄານ ແລະ ພະນັກງານ ນຳພາ ບັນຊາ ອ້ອມຂ້າງ ກະຊວງ ປ້ອງກັນ ຄວາມສະຫງົບ ເຂົ້າຮ່ວມ.
ທ່ານ ຮອງ ລັດຖະມົນຕີ ກະຊວງປ້ອງກັນ ຄວາມສະຫງົບ ໄດ້ກ່າວວ່າ: ລາວ – ຫວຽດນາມ ແມ່ນມີມູນເຊື້ອ ການຮ່ວມມື ແບບພິເສດ, ມີຄວາມ ຜູກພັນ ສາມັກຄີ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ເໜືອນ ກັບ ອ້າຍ – ນ້ອງຄິງ ຮ່ວມ ສາຍເລືອດ ໂດຍແມ່ນ ປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ ໃນໄລຍະຕໍ່ສູ້ ຕ້ານການຮຸກຮານ ຂອງລັດທິລ່າເມືອງຂື້ນ ແບບເກົ່າ ແລະ ແບບໃໝ່ ຫວຽດ-ລາວ ອ້າຍນ້ອງ ໄດ້ພ້ອມກັນ ຕໍ່ສູ້ ຄຽງບ່າຄຽງໄລ່ ໃນຫຼາຍບັ້ນຮົບ ເຊັ່ນ: ບັ້ນຮົບ ກູ້ກຽດ, ບັ້ນຮົບ ທະນົງກຽດ, ບັ້ນຮົບ ພູກູດ, ບັ້ນຮົບ ລາມເຊິນ 719 ແລະ ບັ້ນຮົບ ອື່ນໆ ຢ່າງດຸເດືອດ ພາຍໃຕ້ ການນຳພາ ຂອງພັກ ຄອມມູ ນິດອິນດູຈີນ ຈົນສາມາດ ປົດປ່ອຍ 2 ປະເທດ ອອກຈາກການ ກົດຂີ່ຂູດຮີດຂອງພວກສັດດີນາ ແບບເກົ່າ ແລະ ແບບໃໝ່ ໄດ້ຢ່າງສົມບູນ, ມິດຕະພາບ ອັນຍິ່ງໃຫ່ຍ ແລະ ຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ນັ້ນ ບໍ່ແມ່ນເກີດຂື້ນໂດຍບັງເອີນ, ຜ່ານການທົດສອບ ໃນແປວໄຟຂອງສັງຄົມ ຕໍ່ສູ້ອັນດຸເດືອດ, ມັນເກີດຈາກເລືອດ ແລະ ນ້ຳຕາ ແຫ່ງຄວາມເສຍສະຫຼະ ແລະ ຄວາມຮັກແພງ ອັນດູດດື່ມ ບົນຈິດໃຈສະຫາຍອ້າຍນ້ອງ ດັ່ງປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ໄດ້ຂຽນກາບກອນ ພັນລະນາເຖິງຄວາມສາມັກຄີລາວ-ຫວຽດນາມ ວ່າ: “ ຮັກຫອມກັນ ໝາຍໜັ້ນ ຫຼາຍສັນພູກໍ່ປິນໄຕ່, ຫຼາຍນ້ຳໃຫ່ຍ ແລະ ໂຄກກວ້າງຂວາງ ຂັ້ນກໍ່ດຸ່ງໄປ, ສອງຊາດລາວ-ຫວຽດ ໄດ້ຝັ່ງຄວາມຮັກຢູ່ໃນໃຈ ຄົງຄ່າທັງແມ່ຂອງບໍ່ເລີກປຸນປານໄດ້ ”.
ການຈັດປາຖະກະຖາໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ຂອງກຳລັງ ປກສ ໄດ້ຮັບຮູ້ເຂົ້າໃຈ, ທົບທວນຄືນມູນເຊື້ອ ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ເພື່ອເປັນການສະເຫຼີມສະລອງ 2 ວັນປະຫວັດສາດ ດັ່ງກ່າວ ໃຫ້ມີບັນຍາກາດຟົດຟື້ນ.