ລັດຖະມົນຕີ ກະຊວງ ປກສ ຕ້ອນຮັບ ເອກອັກ ຄະລັດຖະທູດ ຫວຽດນາມ ຄົນໃໝ່ປະຈຳລາວ
ໃນວັນທີ 20 ກໍລະກົດ 2017 ນີ້ ຢູ່ທີ່ຫ້ອງຮັບແຂກ ກະຊວງ ປກສ ທ່ານ ພົຕ ສົມແກ້ວ ສີລາວົງ ລັດຖະມົນ ຕີກະຊວງ ປກສ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫງວຽນ ບ່າຮຸງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳ ນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຄົນໃໝ່.
ໃນໂອກາດນີ້ ທ່ານ ຫງວຽນບ່າຮຸງ ໄດ້ລາຍງານກ່ຽວກັບຈຸດປະສົງ ຂອງການເຂົ້າຢ້ຽມໃນຄັ້ງນີ້ ໃຫ້ທ່ານລັດຖະ ມົນຕີກະຊວງ ປກສ ຊາບ ພ້ອມທັງໄດ້ຢືນຢັນເຖິງ ເຈດຈຳນົງໃນການສືບຕໍ່ ເພີ່ມທະວີຮັດແໜ້ນຄວາມສາມັກຄີ ແລະ ສາຍພົວພັນຮ່ວມມື ລະຫວ່າງ 2 ພັກ 2 ຊາດ ແລະ ປະຊາຊົນ 2 ຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນການສືບຕໍ່ເຮັດໜ້າທີ່ໃນການປະສານງານ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ກະຊວງ ປກສ ລາວ ກັບກະຊວງຕຳຫຼວດຫວຽດນາມ ໃນການເຄື່ອນໄຫວຢ້ຽມຢາມ, ແລກປ່ຽນບົດຮຽນດ້ານວຽກງານ ວິຊາສະເພາະ, ການຮ່ວມມືກັນປຶກສາຫາລື ຕົກລົງບັນຫາສຳຄັນຕ່າງໆ ກ່ຽວກັບວຽກງານປ້ອງກັນຄວາມສະຫງົບ ແລະ ອື່ນໆ.
ໃນໂອກາດດຽວກັນນີ້ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ກໍ່ໄດ້ສະແດງການຕ້ອນຮັບ ອັນອົບອຸ່ນ ແລະ ສະໜິດສະໝົມ ພ້ອມທັງໄດ້ຕີລາຄາສູງ ຕໍ່ການເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ປຶກສາຫາລືໃນຄັ້ງນີ້ ເພື່ອພ້ອມກັນສືບຕໍ່ເພີ່ມທະວີການພົວພັນຮ່ວມມື ແລະ ກໍ່ເປັນໂອກາດທີ່ທົ່ວພັກ,ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ພວມຮ່ວມກັນສະເຫຼີມສະຫຼອງ 2 ວັນປະຫວັດສາດ ຄື ວັນເຊັນສັນຍາສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືພິເສດຮອບດ້ານ ຄົບຮອບ 40 ປີ.