ລັດຖະມົນຕີ ກະຊວງ ປກສ ຖະແຫຼງຂ່າວ ກ່ຽວກັບ ການສະເຫຼີມສະຫຼອງ ສອງວັນ ປະຫວັດສາດ ລາວ-ຫວຽດນາມ
ພົຕ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງ ປກສ ໄດ້ຖະແຫຼງຂ່າວກ່ຽວກັບ ການຈັດຕັ້ງສະເຫຼີມສະຫຼອງ ສອງວັນປະຫວັດສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືພິເສດຮອບດ້ານລາວ-ຫວຽດນາມ ຄົບຮອບ 40 ປີ ຕໍ່ສື່ມວນຊົນກຳລັງ ປກສ ໃນວັນທີ 20 ກໍລະກົດ 2017 ນີ້ວ່າ: ສອງວັນປະຫັວດສາດ ເປັນເຫດການ ການເມືອງທີ່ສຳຄັນ ຢ່າງພາວະວິໃສ ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດລາວ-ຫວຽດນາມ.
ໃນຊຸມປີຜ່ານມາ ການນຳພັກ-ລັດ ຂອງສອງຊາດເວົ້າລວມ, ເວົ້າສະເພາະ ສອງກະຊວງ ປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ມີການພົວພັນຮ່ວມມື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນປົກກະຕິ ແລະ ມີປະສິດຜົນສູງ, ສະນັ້ນການສະເຫຼີມສະລອງສອງວັນປະຫວັດສາດ ເພື່ອເຮັດໃຫ້ການຈັດຕັ້ງສະເລີມສະຫຼອງສອງວັນປະຫວັດສາດ ໃນກຳລັງປ້ອງກັນຄວາມສະຫງົບ ມີເນື້ອໃນເລີກເຊິ່ງ ແລະ ກວ້າງຂວາງ ແລະ ມີຊີວິດຊີວາ. ຄະນະນຳພັກ-ຄະນະນຳກະຊວງ ປກສ ໄດ້ຈັດຕັ້ງເຄື່ອນໄຫວບັນດາກິດຈະກຳຕ່າງໆ ໄດ້ສ້າງແຜນແມ່ບົດ ໃນການປ້ອງກັນ ການເຄື່ອນໄຫວສະເຫຼີມສະຫຼອງ ສອງວັນປະຫວັດສາດ ຂອງພັກ-ລັດ ໄດ້ກຳນົດມີ 8 ກິດຈະກຳ ຄື: ການແລກ ປ່ຽນສານອວຍພອນ, ການແລກປ່ຽນຄະນະຜູ້ແທນ, ການປະດັບຫຼຽນໄຊ-ຫຼຽນກາ, ການຈັດວາງສະແດງຮູບພາບ, ການໂຄສະນາເຜີຍແຜ່ຜ່ານສື່ຕ່າງໆ, ການແລກປ່ຽນສິນລະປະວັນນະຄະດີ, ການແລກປ່ຽນກິລາບາງປະເພດ, ການຍ້ອງຍໍ, ມອບທີ່ລະນຶກໃຫ້ກົມກອງ ແລະ ບຸກຄົນທີ່ດີເດັ່ນ.
ໃນໂອກາດນີ້ ທ່ານ ພົຕ ສົມແກ້ວ ສີລາວົງ ກໍ່ໄດ້ສະແດງຄວາມຮູ້ສຶກວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ວັນປະຫວັດສາດນີ້, ຂ້າພະເຈົ້າ ໃນນາມເລຂາທິການສູນກາງພັກ ກໍ່ຄືການນຳພັກ-ລັດຜູ້ໜຶ່ງ ມີຄວາມຮູ້ສຶກພາກພູມໃຈ ທີ່ສຸດ ທີ່ຕົນໄດ້ປະກອບສ່ວນທາງດ້ານເຫື່ອແຮງ ສະຕິປັນຍາຂອງຕົນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ອັນດີງາມ ແລະ ເປັນມູນເຊື້ອຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຕະຫຼອດມາ.