ສືບຕໍ່ ຮັກສາ,ເພີ່ມພູນ ຄູນສ້າງ ແລະ ເສີມຂະ ຫຍາຍ ມູນເຊື້ອ-ຜົນງານ ສາຍ ພົວພັນ ມິດຕະພາບ ແລະ ການຮ່ວມມື ພິເສດ ຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ທ່ານຜູ້ຟັງ! ລາວ-ຫວຽດນາມ ແມ່ນມີທີ່ຕັ້ງຢູ່ ໃນແຫຼມ ອິນດູຈີນ ທີ່ມີຊາຍແດນ ຕິດຈອດກັນ ແບບດິນ ຕໍ່ແຜ່ນ, ກວມເອົາ 10 ແຂວງ ຂອງລາວ ແລະ 10 ແຂວງຂອງ ຫວຽດນາມ, ພ້ອມກັນນີ້ ປະຊາຊົນ ທັງສອງ ຊາດ ຍັງມີມູນເຊື້ອ ການພົວພັນ ໄປມາຫາສູ່ກັນມາ ແຕ່ດົນານ, ຈາກນັ້ນ ກໍ່ໄດ້ຮັບການ ຍົກລະດັບ ເປັນການພົວພັນ ທີ່ສະໜິດ ສະໝົມ ແລະ ແໜ້ນແຟ້ນ ຍິ່ງໆຂື້ນ ເຊິ່ງເອີ້ນວ່າ ສາຍພົວພັນ ພິເສດ ແລະ ຮ່ວມສຳພັນ ສູ້ຮົບ ຫຼື ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ພິເສດ ຮອບດ້ານ ໂດຍແມ່ນ ປະທານ ໂຮ່ຈິີມິນ ເປັນຜູ້ກໍ່ຕັ້ງ ພ້ອມກັບ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ໃນໄລຍະ ຕໍ່ສູ້ກູ້ຊາດ ໄດ້ພ້ອມກັນ ຜ່ານຜາ ອຸປະສັກ ທີ່ເຕັມໄປດ້ວຍ ຄວາມຫຍຸ້ງຍາກ ລຳບາກ ແລະ ຄວາມ ເສຍສະຫຼະ, ຮ່ວມຊຸມດອງດຽວກັນ ໃນການຕໍ່ສູ້ຕ້ານ ຈັກກະພັດ ລ່າເມືອງຂື້ນ ຝຣັ່ງ ແລະ ຈັກກະພັດ ອາເມລິກາ ຜູ້ຮຸກຮານ, ພ້ອມກັນ ດຳເນີນ ພາລະກິດ ປົກປັກ ຮັກສາ, ສ້າງສາ ພັດທະນາ ປະເທດຊາດ ແລະ ດຳເນີນ ພາລະກິດ ປ່ຽນແປງໃໝ່ ເພື່ອພ້ອມກັນ ນຳເອົາທັງສອງ ປະເທດ ກ້າວຂື້ນຕາມ ທິດສັງຄົມ ນິຍົມ ໂດຍແມ່ນ ສອງພັກ - ສອງລັດ ແລະ ປະຊາຊົນ ສອງຊາດ ຮ່ວມກັນ ອອກແຮງງານ ປົກປັກ ຮັກສາ, ເພີ່ມພູນ ຄູນສ້າງ ແລະ ເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ.
ການພົວພັນ ສາມັກຄີຮ່ວມມືລາວ-ຫວຽດນາມ ໄດ້ກາຍເປັນແນວຍຸດທະສາດ ແລະ ພັນທະສາກົນຂອງພັກ, ລັດແລະປະຊາຊົນ ທັງແມ່ນເງື່ອນໄຂການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງພະນັກ ງານ, ສະມາຊິກພັກ ແລະ ປະຊາຊົນ, ການພົວພັນຮ່ວມມືນັບວັນເຂົ້າສູ່ລວງເລິກ ໂດຍສະເພາະແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນນັ້ນໄດ້ສຸມໃສ່ແກ້ໄຂບັນຫາຊາຍແດນ ໃຫ້ກາຍເປັນຊາຍແດນສັນຕິພາບ, ມິດຕະ ພາບ, ສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ໂດຍສະເພາະແມ່ນ ປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ໄດ້ເຊັນກັນໃນວັນທີ 18 ກໍລະກົດ 1977 ດັ່ງນັ້ນໃນວັນທີ 29 ມີນາ 1981 ກະຊວງ ປກສ ລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ກໍ່ໄດ້ເຊັນສັນຍາຮ່ວມມືຮອບດ້ານລະຫວ່າງສອງກະຊວງ ຝ່າຍລາວ ໂດຍແມ່ນ ພົອ ສີສະຫວາດ ແກ້ວບຸນພັນ ລັດຖະມົນຕີກະຊວງ ປກສ ແລະ ຝ່າຍຫວຽດນາມ ໂດຍແມ່ນສະຫາຍ ຟາມ ຮຸ່ງ ລັດຖະມົນຕີກະຊວງຕຳຫຼວດ ເຊິ່ງເນື້ອໃນສັນຍາໄດ້ອະນຸຍາດໃຫ້ກຳລັງປ້ອງກັນຄວາມສະຫງົບທັງສອງປະເທດ ນັບທັງສູນກາງ ແລະ ທ້ອງຖິ່ນ ມີການພົວພັນຮ່ວມມື, ແລກປ່ຽນບົດຮຽນ, ແລກປ່ຽນຄະນະຜູ້ແທນ, ຄະນະພະນັກງານ ອາວຸໂສ ແລະ ອື່ນໆ ຈາກນັ້ນມາທັງສອງກະຊວງ ກໍ່ໄດ້ຜັດປ່ຽນກັນເປັນເຈົ້າພາບ ຈັດກອງປະຊຸມວ່າດ້ວຍການຮ່ວມມື ສອງຝ່າຍໃນທຸກປີ ເພື່ອພ້ອມກັນຕີລາຄາການປ່ຽນແປງສະພາບການຂອງສາກົນ, ພາກພື້ນ ແລະ ພາຍໃນຂອງສອງປະເທດ, ພ້ອມທັງສະຫຼຸບ, ທົບທວນຄືນຜົນສຳເລັດ ແລະ ຂໍ້ຄົງຄ້າງ ຈາກການປະສານສົມທົບຈັດຕັ້ງປະຕິບັດສັນຍາຮ່ວມມື ແລະ ວາງທິດທາງແຜນການຮ່ວມມືຕໍ່ໜ້າ ເປັນປະຈຳ ໃນລະດັບຜູ້ແທນຂັ້ນສູງກະຊວງ, ບັນດາກົມກອງອ້ອມຂ້າງກະຊວງ, ບັນດາປກສແຂວງ ທີ່ມີຊາຍແດນຕິດຈອດ ແລະ ແຂວງແຮກສ່ຽວ ເປັນຕົ້ນແມ່ນການພົວພັນຮ່ວມມືແລກ ປ່ຽນຂໍ້ມູນຂ່າວສານ, ການປ້ອງກັນຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍກໍ່ຄືການຕ້ານ, ສະກັດກັ້ນ ແກ້ໄຂບັນຫາອາຊະຍາກຳຂ້າມຊາດ, ປະກົດການຫຍໍ້ທໍ້ລຽບຕາມຊາຍແດນ ສຳລັບການຮ່ວມືກໍ່ສ້າງກຳລັງ ນັບແຕ່ປີ 2006-2016 ມີກຳລັງ ປກສ ລາວ ໄປຍົກລະດັບ ຢູ່ວິທະຍາຄານຕຳຫຼວດ ວິທະຍາຄານສັນຕິບານ ແລະ ຂະແໜງການອື່ນໆຢູ່ຫວຽດນາມ ໃນລະດັບ ປະລິນຍາຕີ 895 ຄົນ, ປະລິນຍາໂທ 83 ຄົນ, ປະລິນຍາເອກ 29 ຄົນ ແລະ ນັກຮຽນຊັ້ນມັດທະຍົມ 366 ຄົນ ນອກນີ້ຍັງມີການຮ່ວມມືຕອບສະໜອງດ້ານ ພາຫະນະອຸປະກອນເຕັກນິກ, ການຮ່ວມມືກວດກາການເຂົ້າ-ອອກເມືອງ, ການຍ້າຍຖິ່ນຖານ ຕັ້ງພູມລຳເນົາຂອງປະຊາຊົນຕາມຊາຍແດນ, ການກວດກາ ຄຸ້ມຄອງປະຊາຊົນ ທີ່ອາໃສດຳລົງຊີວິດ, ທ່ອງທ່ຽວ, ດຳເນີນທຸລະກິດ ແລະ ອື່ນໆ ຢູ່ແຕ່ລະປະເທດ, ການແລກປ່ຽນຄະນະ ຜູ້ແທນຢ້ຽມຢາມ, ພັກຜ່ອນ ແລະ ອື່ນໆ.ທັງນີ້ເພື່ອເປັນການສືບຕໍ່ເພີ່ມທະວີການພົວພັນຮ່ວມມືທາງດ້ານວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ເພື່ອຮັບພາລະໜ້າທີ່ອັນໜັກໜ່ວງ ໃນສະໜາມຮົບໃໝ່ ໃນການທັບມ້າງກົນອຸບາຍ, ພຶດຕິກຳຮຸກຮານທຳລາຍຂອງລັດທິ, ຕ້ານ-ປາບປາມພວກລັກປຸ້ນ, ພວກກໍ່ຄວາມຮຸ້ນແຮງ ຄ້າຂາຍຢາເສບຕິດ ແລະ ອື່ນໆ ໃນນີ້ພົ້ນເດັ່ນແມ່ນການປະສານສົມທົບໃນບັ້ນຮົບກວດລ້າງພວກລັກປຸ້ນ ຢູ່ທີ່ພູເບ້ຍ ລະຫວ່າງປີ 1977-1978 ບັ້ນຮົບດັບສູນກຸ່ມວໍດ້າຍໂຕນ ແລະ ຮວ່າງເກີມິງ ໃນປີ 1987 ແລະ ອື່ນໆ ທີ່ເປັນຜົນງານທີ່ພົ້ນເດັ່ນແຫ່ງການຮ່ວມມື ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງ ລາວ-ຫວຽດນາມ ເຮັດໃຫ້ກົນອຸບາຍເລ່ຫຼ່ຽມຂອງສັດຕູໄດ້ຮັບຄວາມປະລາໄຊຢ່າງໜັກໜ່ວງ ເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາປະເທດຊາດ ລາວ-ຫວຽດນາມ ໃຫ້ໜັ້ນຄົງຖາວອນ.
ເຖິງຢ່າງໃດກໍ່ຕາມ ໃນຍຸກໂລກພິວັດ ແລະ ການເຊື່ອມໂຍງຂອງບັນດາປະເທດ ໃນອານຸພາກພື້ນ ແລະ ສາກົນ ໂດຍສະເພາະ ການເຊື່ອມໂຍງເປັນປະຊາຄົມເສດຖະກິດຂອງບັນດາປະເທດສະມາຊິກສະມາຄົມປະຊາຊາດແຫຼ່ງອາຊີ ຕາເວັນອອກສ່ຽງໃຕ້ ທີ່ນັບມື້ດຶງດູດເອົາການລົງທືນຈາກຕ່າງປະເທດເຂົ້າຢ່າງຫຼວງຫຼາຍ ແລະ ຢູ່ໃນຕໍ່ໜ້າສະພາບການ ໃນໂລກທີ່ມີການຜັນແປໄປຢ່າງສະຫຼັບສັບຊ້ອນ ມີທັງດ້ານຕັ້ງໜ້າ ກາລະໂອກາດທີ່ເອື້ອອຳນວຍໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ດ້ານຫຍໍ້ທໍ້ສິ່ງທ້າທາຍທົດສອບທີ່ເປັນອຸປະສັກຕໍ່ວຽກງານປົກປັກຮັກສາ ຄວາມໜັ້ນຄົງຂອງຊາດ, ສະຖຽນລະພາບ-ຄວາມສະຫງົບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ-ຄວາມປອດໄພ ທາງສັງຄົມ ເປັນຕົ້ນແມ່ນການປະເຊີນໜ້າກັບກົນອຸບາຍ, ເລ່ຫຼ່ຽມ ທີ່ຫວັງມ້າງເພທຳລາຍ, ການຫັນປ່ຽນໂດຍສັນຕິຕະຫຼອດຮອດພຶດຕິກຳການເຄື່ອນໄຫວໂຄສະນາຍຸແຍ່ ສ້າງຄວາມປັ່ນປ່ວນ, ສ້າງຄວາມສັບສົນ, ສ້າງປະກົດການຫຍໍ້ທໍ້ ຫຼື ອາຊະຍາກຳຕ່າງໆ ທີ່ຜິດຕໍ່ກົດໝາຍ ແລະ ລະບຽບການຕ່າງໆຂອງບ້ານເມືອງ ເຊິ່ງໄດ້ຮຽກຮ້ອງໃຫ້ທົ່ວພັກ,ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ສອງຊາດລາວ-ຫວຽດນາມອ້າຍນ້ອງ ຕ້ອງໄດ້ພ້ອມຈິດພ້ອມໃຈກັນ ສືບຕໍ່ເພີ່ມທະວີປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ສູ່ລວງເລິກ ແລະ ອອກດອກອອກຜົນ ບົນຈິດໃຈເສີມຂະຫຍາຍກຳລັງຢ່າງເຕັມສ່ວນ ໃນການຍົກສູງປະສິດທິຜົນການຮ່ວມມື ເພື່ອຮັບປະກັນໃນການປົກປ້ອງສິດຜົນປະໂຫຍດຂອງຊາດ, ຮັບປະກັນຄວາມເປັນເອກະລາດ ເປັນເຈົ້າຕົນເອງ ຕາມທິດສັງຄົມນິຍົມ ເຊັ່ນ: ສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນຂົງເຂດການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມ, ການຕ່າງປະເທດ.
ສຳລັບໃນປີ 2017 ນີ້ ສອງພັກ,ສອງລັດ, ສອງກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ແມ່ນໄດ້ມີການເຄື່ອນໄຫວພົບປະແລກປ່ຽນ, ເຄື່ອນໄຫວເຮັດວຽກສຶກສາອົບຮົມ ຕິດພັນກັບຂະບວນການສິລະປະ-ວັດທະນະທຳ, ໂຄສະນາເຜີຍແຜ່ມູນເຊື້ອ-ຜົນງານການຮ່ວມມື, ໂຮມຊຸມມິດຕິງ ແລະ ອື່ນໆ ເພື່ອຍ້ອງຍໍຊົມເຊີຍ ແລະ ສະເຫຼີມສະຫຼອງ ສອງວັນປະຫວັດສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວວມືພິເສດຮອບດ້ານ ຄົບຮອບ 40 ປີ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ, ສາມັກຄີຮັກແພງ, ມີໄມຕີຈິດ ມິດຕະພາບ ແລະ ເຕັມໄປດ້ວຍຄວາມໝາຍສຳຄັນ.