ຄະນະ ກຳມະການ ຕ້ານການ ຄ້າມະນຸດ ລະດັບຊາດ ໄດ້ຈັດ ພິທີ ໂຮມຊຸມນຸມ ສະເຫຼີມ ສະຫຼອງ ວັນສາກົນ ຕ້ານການ ຄ້າມະນຸດ ປີ 2017
ໃນວັນທີ 29 ກໍລະກົດ 2017 ທີ່ຫໍວັດທະນະທຳປຫ່ງຊາດ ເປັນກຽດ ເຂົ້າຮ່ວມໂດຍ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີ ກະຊວງ ປກສ ຮອງປະທານ ຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ (ຜູ້ປະຈຳການ) ມີບັນດາທ່ານ ລັດຖະມົນຕີ,ຮອງ ລັດຖະມົນຕີ,ບັນດາທຸຕານຸທູດ ຜູ້ຕ່າງໜ້າ ອົງການ ຈັດຕັ້ງສາກົນ ປະຈຳ ສປປລາວ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ຮອງປະທານ ຄະນະກຳມະການ ຕ້ານການຄ້າມະນຸດລະດັບຊາດ (ຜູ້ປະຈຳການ) ໄດ້ຂື້ນກ່າວປາໃສຕໍ່ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສາກົນຕ້ານການຄ້າມະນຸດ ປີ 2017 ເນື້ອໃນບາງຕອນທ່ານໄດ້ກ່າວວ່າ ສປປ ລາວ ເປັນປະເທດໜຶ່ງ ທີ່ປະເຊີນໜ້າກັບບັນຫາການຄ້າມະນຸດ ເຊິ່ງເປັນປະເທດຕົ້ນທາງ ສະນັ້ນລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການປ້ອງກັນສະກັດກັ້ນ, ການປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ແລະ ການດຳເນີນຄະດີ ກັບຜູ້ກະທຳຜິດສະຖານການຄ້າມະນຸດ ໂດຍໄດ້ມີແນວທາງນະໂຍບາຍ, ມີກົດໝາຍເປັນອັນສະເພາະ ເປັນຕົ້ນນະໂຍບາຍ ແລະ ການຮ່ວມມື, ການປ້ອງກັນສະກັດກັ້ນ, ການດຳເນີນຄະດີ ແລະ ບັງຄັບໃຊ້ກົດໝາຍ, ການປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ.
ຈາກຂໍ້ມູນຂອງອົງການແຮງງານສາກົນ ມີຜູ້ຖືກເຄາະຮ້າຍຈາກການບັງຄັບໃຊ້ແຮງງານ, ການຂູດຮີດແຮງງານ, ຂູດຮີດທາງເພດໃນທົ່ວໂລກເກືອບ ລ້ານຄົນ ແລະ ຈາກບົດລາຍງານ ຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ ກ່ຽວກັບສະພາບການຄ້າມະນຸດ ປີ2016 ໃຫ້ຮູ້ວ່າ 71% ຂອງຜູ້ຖືກເຄາະຮ້າຍ ແມ່ນແມ່ຍິງ ແລະ ເດັກນ້ອຍ ແລະ ໃນຕໍ່ໜ້າ ສະພາບການຄ້າມະນຸດ ແລະ ອາຊະຍາກຳຂ້າມຊາດ ອື່ນໆ ຍັງຈະເປັນໄພຂົ່ມຂູ່ ຕໍ່ສະຖຽນລະພາບ ແລະ ຄວາມໜັ້ນຄົງຂອງບັນດາປະເທດໃນພາກພື້ນ ແລະ ສາກົນ ດັ່ງນັ້ນທຸກພາກສ່ວນ ຈົ່ງຮ່ວມກັນ ເປັນເຈົ້າການ ເພື່ອຕອບໂຕ້ກັບອາຊະຍາກໍາຄ້າມະນຸດ ຍົກສູງສະຕິລະວັງຕົວຕໍ່ເລ່ລ່ຽມກົນອຸບາຍ ຂອງພວກຄົນບໍ່ດີ ໂດຍເລີ່ມຈາກຕົນເອງ,ຄອບຄົວ,ຊຸມຊົນ,ການຈັດຕັ້ງທຸກພາກສ່ວນ ນັບແຕ່ສູນກາງລົງຮອດຮາກຖານ ເພື່ອໃຫ້ພົນລະເມືອງທຸກຄົນເຫັນໄດ້ ຄວາມເປັນອັນຕະລາຍ ແລະ ມີສະຕິລະວັງຕົວບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ຢູ່ພາຍໃນ ແລະ ຕ່າງປະເທດ.