ຫົວໜ້າ ກົມໃຫ່ຍ ສັນຕິບານ ກະຊວງ ໃຫ້ສຳພາດ ກ່ຽວກັບການຮ່ວມມື ວຽກງານ ສັນຕິບານ ລາວ-ຫວຽດ
ພົຈວ ບຸນມີ ແສງຄຳຢອງ ຄະນະປະຈຳພັກກະຊວງ ຫົວໜ້າກົມໃກ່ຍ ສັນຕິບານ ກະຊວງ ປ້ອງກັນຄວາມສະ ຫງົບ ໄດ້ໃຫ້ສຳພາດກ່ຽວກັບ ການພົວພັນຮ່ວມມື ລາວ-ຫວຽດນາມໃນໄລຍະຜ່ານມາ ໃນໂອກາດວັນເຊັນສົນທິ ສັນ ຍາມິດຕະພາບ ແລະ ການຮ່ວມມື ພິເສດຮອບດ້ານ ລາວ-ຫວຽດນາມ ວັນທີ 18 ກໍລະກົດ ຄົບຮອບ 40 ປີ ໂດຍຈັດຕັ້ງປະຕິບັດຕາມສັນຍາ ແລະ ບົດບັນທຶກຮ່ວມມື ລະຫວ່າງ ສອງກະຊວງ ຄື ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກົມໃຫ່ຍສັນຕິບານ ກະຊວງ ປກສ ລາວ ກໍ່ໄດ້ລົງນາມສັນຍາ ຮ່ວມມືກັບກຳລັງ ສັນຕິບານ ສສ ຫວຽດນາມ ເພື່ອພ້ອມກັນແລກປ່ຽນຂໍ້ມູນຂ່າວສານ ທີ່ພົວພັນເຖິງຄວາມສະຫງົບ ທັງສອງປະເທດ, ຊ່ວຍເຫຼືອກັນທາງດ້ານພາຫະນະເຕັກນິກ ແລະ ການສ້າງບຸກຄະລາກອນ ນອກຈາກກົມໃຫ່ຍສັນຕິບານແລ້ວ ຢູ່ບັນດາກອງບັນຊາການ ປກສ ແຂວງແຮກສ່ຽວ ແລະ ບັນດາແຂວງທີ່ຕິດຈອດກັບ ສສ ຫວຽດນາມ ກໍ່ໄດ້ມີການພົວພັນໃນດ້ານວຽກງານສັນຕິບານ ໂດຍສະເພາະແມ່ນໄດ້ຮ່ວມກັນສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ແລະ ໄດ້ຊອກຄົ້ນຫາອັດຖິຂອງບັນດາຊ່ຽວຊານ ແລະ ນັກຮົບຫວຽດນາມ ທີ່ໄດ້ເສຍຊີວິດຢູ່ ສປປ ລາວ.
ທ່ານຍັງກ່າວຕື່ມອີກວ່າ ເພື່ອສືບຕໍ່ສາຍພົວພັນມິດຕະພາບ ລະຫວ່າງສອງພັກສອງລັດ ແລະ ສອງກະຊວງ ກໍ່ຄືສອງກົມໃຫ່ຍສັນຕິບານຈະສືບຕໍ່ແລກປ່ຽນພົວພັນຮ່ວມມືທາງດ້ານ ວຽກງານຮັກສາຄວາມສະຫງົບ, ການຊ່ວຍເຫຼືອທາງດ້ານພາຫະນະເຕັກນິກ ແລະ ການສ້າງບຸກຄະລາກອນ ເພື່ອສືບຕໍ່ພົວພັນຮ່ວມມືກັນໃຫ້ມີປະສິດທິຜົນ.