ລັດຖະມົນຕີຕ້ອນຮັບການເຂົ້າຂ່ຳນັບ ຂອງສອງບໍລິສັດ
ໃນວັນທີ 8 ສິງຫາ 2017 ນີ້ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ໄທເກີຈີນ ອຳນວຍການຝ່າຍພັດທະນາທຸລະກິດຕ່າງປະເທດຂອງບໍລິສັດ LG CNS ແລະ ບໍລິສັດທີ່ປຶກສາຟ້າວັດທະນາຈຳກັດຜູ້ດຽວ ໃນການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ທັງສອງບໍລິສັດ ໄດ້ນຳສະເໜີກ່ຽວກັບຜະລິດຕະພັນເຄື່ອງເອເລັກໂຕນິກທີ່ທັນສະໄໝ ເພື່ອນຳໃຊ້ເຂົ້າໃນວຽກງານສາທາລະນະສຸກ ເປັນຕົ້ນແມ່ນເຄື່ອງໄອທີທີ່ປະກອບນຳໃຊ້ພາຍໃນໂຮງໝໍ ເພື່ອສະດວກໃນການບໍລິການຮັບໃຊ້ໃຫ້ແກ່ພະນັກງານ ແລະ ມວນຊົນທົ່ວໄປ ແລະໃນໂອກາດນີ້ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທັງສອງບໍລິສັດ ທີ່ໄດ້ນຳສະເໝີກ່ຽວກັບຜະລິດຕະພັນເອເລັກໂຕນິກຕ່າງໆທີ່ທັນສະໄໝ ທັງສອງບໍລິສັດໃນຄັ້ງນີ້.