ຊີ້ແຈງ ການແກ້ໄຂ ບັນຫາ ຊາຍແດນ ລາວ – ກຳປູເຈຍ
ວັນທີ 17 ສິງຫາ ນີ້ ທ່ານ ແພງສະຫວັນ ແກ້ວປະເສີດ ຫົວໜ້າຫ້ອງການ ຄະນະກຳມາທິການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ໄດ້ຖະແຫຼ່ງຂ່າວຕໍ່ສື້ມວນຊົນ ກ່ຽວກັບສະພາບຊາຍແດນລາວ-ກຳປູເຈຍ ຢູ່ລະຫວ່າງ ແຂວງອັດຕະປື ຂອງລາວ ແລະ ແຂວງຊຽງແຕງ ຂອງກຳປູເຈຍ ບໍລິເວນຊາຍແດນທີ່ຄົງຄ້າງແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເຊິ່ງທ່ານກ່າວວ່າ: ລາວ ແລະ ກຳປູເຈຍ ມີຊາຍແດນຮ່ວມກັນທັງໝົດ 535 ກິໂລແມັດ ຝ່າຍລາວມີແຂວງຈຳປາສັກ ແລະ ອັດຕະປື, ຝ່າຍກຳປູເຈຍມີແຂວງ ເພຣຍວິເຮຍ, ແຂວງຊຽງແຕງ ແລະ ລັດຕະນະສິຣິ. ໃນປີ 1997 ລັດຖະບານທັງສອງປະເທດ ໄດ້ຕົກລົງໃຫ້ມີການສຳຫຼວດ ແລະ ປັກຫຼັກໝາຍແດນຮ່ວມກັນ ໂດຍໄດ້ຕົກລົງຮັບຮອງ ເອົາ 4 ຫຼັກການ ເພື່ອເປັນພື້ນຖານໃຫ້ແກ່ການສຳຫຼວດ ແລະ ປັກຫຼັກໝາຍແດນຮ່ວມກັນ ເປັນຕົ້ນແມ່ນບົນພື້ນຖານການຮັບຮູ້ເຂດແດນຕິດຕໍ່ກັນ, ເຂດແດນທີ່ມີມາແຕ່ ເມື່ອຄາວຫົວເມືອງຂື້ນປະໄວ້ ໂດຍອີງຕາມແຜນທີ່ 1 /100,000 ແລະ ແຜ່ນທີ່ອື່ນໆທີ່ກ່ຽວຂ້ອງ ທີ່ໄດ້ພິມອອກແຕ່ປີ 1933-1953 ໂດຍພະແນກແຜນທີ່ຂອງອິນດູຈີນ, ບົນພື້ນຖານຫຼັກການຕ່າງໆທີ່ສາກົນຮັບຮູ້ກ່ຽວກັບການຂີດເສັ້ນຊາຍແດນບົນພື້ນຖານຄຳນຶງເຖິງ ທີ່ເຂດທີ່ມີປະຊາຊົນຄຸ້ມຄອງຕົວຈິງ ທີ່ສືບທອດກັນມາຫຼາຍເຊັ່ນຄົນ ແລະ ບົນພື້ນຖານຂອງຄວາມສະເໜີພາບ, ທ່ຽງທຳ,ສົມເຫດສົມຜົນ, ຜ່ອນສັ້ນຜ່ອນຍາວໃຫ້ກັນ,ເຄົາລົບສິດ ແລະ ຜົນປະໂຫຍດຂອງກັນ ແລະ ກັນ ມີເປັນເອກະພາບຢ່າງສົມບູນ ເພື່ອເຮັດໃຫ້ຊາຍແດນຂອງສອງປະເທດ ມີຄວາມຈະແຈ້ງ ແລະ ຊັດເຈນຕະຫຼອດການ ເພື່ອເປັນມູນມໍລະດົກຕົກທອດໃຫ້ແກ່ອານຸຊົນລຸ່ນຫຼັງ ໃຫ້ສືບທອດກັນຕໍ່ໄປ ໃນປີ 2000 ເປັນຕົ້ນມາ ສອງຝ່າຍໄດ້ຮ່ວມກັນສຳຫຼວດທິດເນັ໋ງເສັ້ນຊາຍແດນສຳເລັດແລ້ວປະມານ 87 ສ່ວນຮ້ອຍ ຂອງລວງຍາວເສັ້ນຊາຍແດນທັງໝົດ ແລະ ໄດ້ກໍ່ສ້າງຫຼັກໝາຍຊາຍແດນ ຈຳນວນ 121 ຫຼັກໝາຍ ແລະ ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ຍັງມີຈຸດຄົງຄ້າງຈຳນວນໜື່ງ ທີ່ຕ້ອງໄດ້ສືບຕໍ່ປຶກສາຫາລື ເພື່ອແກ້ໄຂຮ່ວມກັນ ລວມທັງບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ທີ່ມີສະພາບໃນປະຈຸບັນ, ບໍລິເວນດັ່ງກ່າວນີ້ທັງສອງຝ່າຍກໍ່ມີທັດສະນະທີ່ແຕກຕ່າງກັນກ່ຽວກັບບົນພື້ນຖານທີ່ເປັນບ່ອນອີງໃນການຂີດເສັ້ນຊາຍແດນບໍລິເວນນີ້ ການນຳຂັ້ນສູງຂອງສອງປະເທດຈຶ່ງໄດ້ເປັນເອກະພາບກັນວ່າ ເປັນຈຸດຄົງຄ້າງມິດຕະພາບ ແລະ ຫ້າມບໍ່ໃຫ້ມີການດຳເນີນກິດຈະການໃດໆ ໂດຍຝ່າຍໃດຝ່າຍໜຶ່ງ ແລະ ໃຫ້ຮັກສາບໍລິເວນນີ້ ໃຫ້ຢູ່ໃນສະພາບເດີມຈົນກວ່າທອງສອງຝ່າຍຈະຕົກລົງກຳນົດເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນສຳເລັດ ພ້ອມນີ້ທັງສອງຝ່າຍ ກໍ່ໄດ້ກຳນົດມາດຕະການ ແລະ ວິທີການແກ້ໄຂບັນຫາທີ່ເກີດຂື້ນໃນບໍລິເວນດັ່ງກ່າວ ຢ່າງຖືກຕ້ອງ ແລະ ເປັນທຳລະຫວ່າງສອງປະເທດ.