ຈັບພວກ ຄ້າຂາຍ ຢາເສບຕິດ ໄດ້ 7 ຄົນ ພ້ອມຂອງກາງ ຢາບ້າ 1 ແສນ ກວ່າເມັດ.
ໃນວັນທີ 30 ສິງຫາ 2017 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັບຕົວພວກຄ້າຂາຍ ຢາເສບຕິດ ປະເພດ ຢາບ້າໄດ້ 7 ຄົນ ພ້ອມຂອງກາງ ຢາບ້າ 53 ມັດ, ກັບ 460 ເມັດ ເທົ່າກັບ 106,460 ເມັດ, ໜັກ 12,2 ກິໂລກຣາມ, ລົດໃຫຍ່ 4 ຄັນ ແລະ ເງິນຈຳນວນໜຶ່ງ ຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຜູ້ຖືກຫາທັງ 7 ຄົນ ມີ ທ້າວ ສົມມະນີ ອາຍຸ 50 ປີ, ນາງພອນ ອາຍຸ 45 ປີ ທັງສອງບ້ານຫຼັກຫີນ, ທ້າວ ລ້ານ ອາຍຸ 37 ປີ ຢູ່ບ້ານໂພສີ ທັງສາມຢູ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ້າວ ອຸດົມ ອາຍຸ 31 ປີ, ທ້າວ ໄຊ ອາຍຸ 28 ປີ, ທ້າວລ້ຽງ ອາຍຸ 43 ປີ ທັງສາມ ຢູ່ບ້ານສຳພັນນາ ເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ທ້າວ ນ້ອຍ ຫຼື ເພັດ ອາຍຸ 40 ປີ ຢູ່ບ້ານທ່າຂີ້ເຫຼັກ ເມືອງທ່າຂີ້ເຫຼັກ ປະເທດມຽນມາ. ຜ່ານການສືບສວນ – ສອບສວນ ຂອງເຈົ້າໜ້າທີ່ ພວກກ່ຽວ ຮັບສາລະພາບວ່າ: ຢາບ້ າຈຳນວນດັ່ງກ່າວ ແມ່ນຂອງພວກກ່ຽວແທ້ ເຊິ່ງໄດ້ຊື້ມາຈາກຊາຍ ບໍ່ຮູ້ຊື່ ແລະ ທີ່ຢູ່, ເພື່ອຈະເອົາໄປຂາຍ ໃຫ້ຜູ້ຮ່ວມຂະບວນການ ຢູ່ທີ່ຈຸດນັດໝາຍ ແຕ່ບໍໍທັນໄດ້ຂາຍ ຖືກເຈົ້າໜ້າທີ່ຈັບຕົວ ມາດຳເນີນຄະດີ.
ຂ່າວໃຫ້ຮູ້ຕື່ມອີກວ່າ ໃນໄລຍະດຽວກັນນີ້ ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ສົມທົບກັບເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດ 1 ຄົນ ພ້ອມດ້ວຍຂອງກາງຢາເສບຕິດປະເພດ ຢາບ້າ 13,000 ເມັດ, ຝິ່ນ 900 g ແລະ ແປ້ງຝຸ່ນສີຂາວ 4 kg ທີ່ຊຸກເຊື່ອງຢູ່ໃນເບາະລົດ ຜູ້ຕ້ອງຫາຊື່ ທ້າວ ແອວ່າງ ອາຍຸ 30 ປີ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ແອວ່າງ ໃຫ້ການວ່າ: ໃນວັນທີ 24 ສິງຫາ 2017 ໄດ້ຕິດຕໍ່ພົວພັນກັບຜູ້ຮ່ວມຂະບວນການ ຢູ່ແຂວງອຸດົມໄຊ ເພື່ອຕິດຕໍ່ຊື້-ຂາຍຢາເສບຕິດ ພາຍຫຼັງທີ່ທັງສອງຕົກລົງກັນແລ້ວ ຈຶ່ງໄດ້ຝາກຢາເສບຕິດຫຼາຍລາຍການ ເຊິ່ງຫຸ້ມຫໍ່ດ້ວຍແກັດມານຳລົດໂດຍສານ ໃຫ້ ທ້າວ ແອວ່າງ ເມື່ອໄດ້ຢາເສບຕິດຈຳນວນດັ່ງກ່າວແລ້ວ ຜູ້ກ່ຽວກໍ່ເອົາໄປຊຸກເຊື່ອງໄວ້ຢູ່ເຮືອນ ມາຮອດວັນທີ 27 ສິງຫາ 2017 ໄດ້ມີຜູ້ຮ່ວມຂະບວນການສັ່ງຊື້ຢາບ້ານຳ ທ້າວ ແອວ່າງ ຈຳນວນ 27 ມັດ ດັ່ງນັ້ນຜູ້ກ່ຽວຈຶ່ງເອົາຢາບ້າຈຳນວນ 6 ມັດ ໄປສົ່ງໃຫ້ກ່ອນຕາມຈຸດນັດໝາຍ ພໍເດີນທາງຮອດ ບ້ານໂພນແກ້ວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ຕຳຫຼວດຈັບຕົວກ່ອນ ພ້ອມດ້ວຍຂອງກາງຢາເສບຕິດ ຈຳນວນດັ່ງກ່າວ.