ກັກຕົວຕ້ອງຫາ 2 ຄົນ ພ້ອມຢາບ້າ 43 ມັດ
ໃນວັນທີ 4 ກັນຍາ 2017 ນີ້ ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນ້ຳທາ ໄດ້ກັກຕົວພວກຄ້າຂາຍຢາເສບຕິດ 2 ຄົນ ພ້ອມຢາບ້າ 43 ມັດ ເທົ່າກັບ 86.000 ເມັດ ແລະ ລົດຈັກ 2 ຄັນ. ຜູ້ຕ້ອງຫາທັງສອງມີ ທ້າວ ສອນຄຳ ອາຍຸ 24 ປີ ປະຊາຊົນ ຢູ່ບ້ານຈອມໝອກ ແລະ ທ້າວ ອາລີ ອາຍຸ 22 ປີ ປະຊາຊົນ ຢູ່ພະຍາຫຼວງ ທັງສອງຢູ່ເມືອງລອງ ແຂວງຫຼວງນ້ຳທາ.
ປະຈຸບັນ ເຈົ້າໜ້າທີ່ພວມດຳເນີນຄະດີກັບພວກກ່ຽວຕາມກົດໝາຍ.