ແຈ້ງການ ເລື່ອງ: ໃຫ້ເຂົ້າໄປແຈ້ງຄວາມ ຫຼື ລາຍງານຜົນເສຍຫາຍຂອງຕົນ ນຳເຈົ້າໜ້າທີ່ຕຳຫຼວດ.
ແຈ້ງການ
ເຖິງ: ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ, ຕຳຫຼວດ ພາກສ່ວນຕ່າງໆ ທີ່ເອົາໃຫ້ບໍລິສັດພີເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນຂາເຂົ້າ-ຂາອອກຈຳກັດ ໃນຂອບເຂດທົ່ວປະເທດ.
ເລື່ອງ: ໃຫ້ເຂົ້າໄປແຈ້ງຄວາມ ຫຼື ລາຍງານຜົນເສຍຫາຍຂອງຕົນນຳ ເຈົ້າໜ້າທີ່ຕຳຫຼວດ.
-ອີງຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາແຫ່ງ ສປປລາວ ແລະ ກົດໝາຍອາຍາມາດຕາ 120.
-ອີງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດດຳເນີນການສືບສວນ-ສອບສວນ ແລະ ຮັກສາຄວາມສະຫົງບ ບໍລິສັດພິເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນຂາເຂົ້າ-ຂາອອກຈຳກັດ ຂອງທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຮອງຫົວໜ້າຄະນະຮັບຜິດຊອບຄຄົ້ນຄ້້ວາແກ້ໄຂບັນຫາບໍລິສັດພີເອັສ, ເລກທີ 1739/ປກສ, ລົງວັນທີ 19 ກັນຍາ 2017.
-ອີງຕາມຄຳສັ່ງເປີດການສືບສວນ-ສອບສວນ ຕໍ່ບໍລິສັດພິເອັສ ຂອງກົມຕຳຫຼວດເສດຖະກິດ.
-ອີງຕາມສະພາບຄວາມເປັນຈິງຂອງການສືບສອນ-ສອບສວນເອົາຄຳໃຫ້ການຂອງຜູ້ຖືກເສຍຫາຍຕາມກົດໝາຍ.
ຜ່ານການສືບສວນ-ສອບສວນ, ເກັບກັບຫຼັກຖານ ແລະ ໄດ້ເອົາຄຳໃຫ້ການຜູ້ຖືກເສຍຫາຍຈຳນວນໜຶ່ງ, ແຕ່ຍ້ອນວ່າ: ມີຜູ້ເສຍຫາຍຈຳນວນຫຼວງຫຼາຍໃນຂອບເຂດທົ່ວປະເທດຍັງບໍ່ທັນໄດ້ເອົາໄປລາຍງານ ແລະ ແຈ້ງຄວາມນຳເຈົ້າໜ້າທີ່ຕຳຫຼວດ; ເພື່ອປົກປ້ອງຜົນປະໂຫຍດຂອງຜູ້ເສຍຫາຍ ແລະ ເພື່ອຮັບປະກັນການດຳເນີນຄະດີໃຫ້ຖືກຕ້ອງຕາມກົດໝາຍ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າຄະນະສະເພາະກິດການດຳເນີນຄະດີຕໍ່ກັບບໍລິສັດພີເອັສ ຈຶ່ງອອກແຈ້ງການສະບັບນີ້:
- ໃຫ້ຜູ້ຖືກເສຍຫາຍທີ່ໄດ້ຂຽນຄຳຮ້ອງຟ້ອງຕໍ່ບໍລິສັດພີເອັສແລ້ວ ແຕ່ຍັງບໍ່ທັນໄດ້ໄປລາຍງານ(ໃຫ້ປາກຄຳ) ກັບເຈົ້າໜ້າທີ່ຕຳຫຼວດ ຢູ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບແມ່ນໃຫ້ຮີບຮ້ອນເອົາເອກະສານຫຼັກຖານທັງໝົດເຂົ້າໄປພົບເຈົ້າໜ້າທີ່ສອບສວນດ່ວນ ເພື່ອຈະທ້ອນໂຮມ ແລະ ບັນທຶກເອົາຄຳໃຫ້ການປະກອບໃສ່ສຳນວນຄະດີໃຫ້ທັນເວລາ.
- ໃຫ້ຜູ້ເສຍຫາຍທີ່ຍັງບໍ່ທັນໄດ້ຂຽນຄຳຮ້ອງຟ້ອງ ຫຼືແຈ້ງຄວາມຜິດ ຕໍ່ກັບບໍລິສັດພີເອັສ ກໍ່ໃຫ້ຮີບຮ້ອນຂຽນຄຳຮ້ອງ ຫຼືເຂົ້າໄປແຈ້ງຄວາມດ້ວຍເອກະສານຫຼັກຖານ ໂດຍກົງກັບຄະນະສະເພາະກິດດຳເນີນຄະດີຕໍ່ບໍລິສັດພິເອັສ ຢູ່ກົມຕຳຫຼວດເສດຖະກິດ ກົມໃຫ້ຕຳຫຼວດກະຊວງປ້ອງກັນຄວາມສະຫງົບ.
- ກໍລະນີຜູ້ເສຍຫາຍຢູ່ຕ່າງເມືອງ, ຕ່າງແຂວງກໍ່ສາມາຂຽນຄຳຮ້ອງຟ້ອງ, ເຂົ້າໄປແຈ້ງຄວາມພ້ອມດ້ວຍເອກະສານ ຫຼັກຖານກັບເຈົ້າໜ້າຕຳຫຼວດ ຢູ່ກອງບັນຊາບັນເມືອງ ຫຼື ຫ້ອງຕຳຫຼວດຂອງກອງບັນຊາການ ປກສ ແຂວງ, ນະຄອນຫຼວງ ທີ່ຕົນດຳລົງຊີວິດຢູ່ກໍ່ໄດ້.
- ກຳນົດຮັບບັນທຶກຄຳໃຫ້ການ, ຮັບຄຳຮ້ອງຟ້ອງ ແລະ ຮັບແຈ້ງຄວາມ ແມ່ນບໍ່ໃຫ້ກາຍວັນທີ 30 ພະຈິກ 2017 ເພື່ອໃຫ້ເຈົ້າໜ້າທີ່ ທີ່ຮັບແຈ້ງຄວາມໄດ້ສັງລວມສົ່ງໃຫ້ຄະນະສະເພາະກິດດຳເນີນຄະດີ ແລ້ວສັງລວມເຂົ້າໃນບົດສະຫຼຸບຄະດີທັນຕາມເວລາ.
ດັ່ງນັ້ນ, ຈຶ່ງແຈ້ງການມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ, ຕຳຫຼວດ ພາກສ່ວນຕ່າງໆທີ່ໄດ້ເອົາເງິນໄປໃຫ້ ບໍລິສັດພີເອັສ ໃນຂອບເຂດທົ່ວປະເທດເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການນີ້ຢ່າງເຂັ້ມງວດ.
ຮອງ ຫົວໜ້າກົມໃຫຍ່ຕຳຫຼວດຫົວໜ້າຄະນະສະເພາະກິດດຳເນີນຄະດີຕໍ່ບໍລິສັດພີເອັສ.
ເບີໂທຕິດຕໍ່ປະສານງານ
ພັທ ປອ ພັນໄຊ ທຳມະສິດ 020 7624 1515
ພັທ ປອ ສີສະຫວັດ ສັງສິນໄຊ 020 9996 1156
ຮອ ວຽງທອງ ໄຊຍະຈັນ 020 9533 3434
ຮທ ຊາບຟອງ ສິມພະວົງ 020 7771 7176