ຮອງລັດຖະມົນຕີກະຊວງ ປກສ ຕ້ອນຮັບຫົວໜ້າກົມກວດກາ ກະຊວງຕຳຫຼວດຫວຽດນາມ
ໃນວັນທີ 27ກັນຍາ 2017 ນີ້ ທີ່ຫ້ອງຮັບແຂກຂອງ ກະຊວງປ້ອງກັນຄວາມສະຫງົບ ພົຈວ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພົນຕີ ຫງວຽນ ວັນລິວ ຫົວໜ້າກົມກວດກາກະຊວງ ຕຳຫຼວດຫວຽດນາມພ້ອມຄະນະ. ໃນໂອກາດທີ່ ຄະນະຜູ້ແທນກົມຕຳຫຼວດກວດກາກະຊວງ ຕຳຫຼວດຫວຽດນາມໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບກົມກວດກາ-ກວດການກະຊວງປ້ອງກັນຄວາມສະຫງົບລາວ ໃນລະຫວ່າງວັນທີ 25-29 ກັນຍາ 2017 ນີ້.
ໂອກາດນີ້ ພົນຕີຫງວຽນ ວັນລີວ ຫົວໜ້າກົມກວດກາກະຊວງຕຳຫຼວດຫວຽດນາມ ໄດ້ລາຍງານຜົນສຳເລັດໃນການພົບປະແລກປ່ຽນ ຖອດຖອນບົດຮຽນຮ່ວມກັບກົມກວດກາ-ກວດການກະຊວງປ້ອງກັນຄວາມສະຫງົບລາວ ໃຫ້ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ຮັບຊາບ.
ພ້ອມນີ້ ພົຈວ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ກັບຜົນສຳເລັດການພົບປະແລກປ່ຽນບົດຮຽນຮ່ວມກັນລະຫວ່າງ ກົມກວດກາ-ກວດການກະຊວງປ້ອງກັນຄວາມສະຫງົບລາວ ແລະ ກົມກວດກາກະຊວງຕຳຫຼວດຫວຽດນາມໃນຄັ້ງນີ້ເປັນຂີດໝາຍທີ່ດີ ໃນການພົວພັນຮ່ວມມືລະຫວ່າງສອງກຳລັງເວົ້າລວມ ເວົ້າສະເພາະສອງກົມ ໃຫ້ເຂົ້າສູ່ລວງເລີກໃນດ້ານວຽກງານວິຊາສະເພາະກິດກາ-ກວດການ ເຊິ່ງເປັນການປະກອບສ່ວນໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືພິເສດຮອບດ້ານລະຫວ່າງ ສອງພັກ-ສອງລັດສອງກະຊວງປ້ອງຄວາມສະຫງົບ ລາວ ແລະ ຫວຽດນາມໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.